ຫ້ອງວ່າການແຂວງບໍ່ແກ້ວໄດ້ອອກແຈ້ງການມໃນວັນທີ 3 ທັນວາ 2020 ນີ້ ເຖິງພາກສ່ວນທີ່ກ່ຽວຂ້ອງໃຫ້ໂຈະກິດຈະການເດີນເຮືອຂົນສົ່ງສິນຄ້າທຸກປະເພດ ຢູ່ຈຸດດ່ານສາກົນບ້ານມອມ ແລະ ດ່ານສາກົນສາມຫຼ່ຽມຄໍາ ຢູ່ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແລະ ໃຫ້ຢຸດການນໍາເຂົ້າ-ສົ່ງອອກຊົ່ວຄາວຢູ່ 2 ດ່ານດັ່ງກ່າວ ເພື່ອເພີ່ມມາດຕະການປ້ອງກັນພະຍາດໂຄວິດ-19 ຈາກປະເທດເພື່ອນບ້ານ (ໄທ ແລະ ມຽນມາ) ທີ່ມີຊາຍແດນຕິດກັບແຂວງບໍ່ແກ້ວ ໂດຍໃຫ້ເລີ່ມປະຕິບັດນັບແຕ່ວັນທີ 5 ທັນວາ 2020 ນີ້ເປັນຕົ້ນໄປຈົນກວ່າສະພາບການລະບາດຂອງພະຍາດດັ່ງກ່າວເຂົ້າສູ່ປົກກະຕິ.
ຂໍ້ມູນ: ຫ້ອງວ່າການແຂວງບໍ່ແກ້ວ

