ອໍານາດການປົກຄອງເມືອງໂຂງແຂວງຈໍາປາສັກສາມາດລົບລ້າງ ຫຼື ຢຸດຕິການຫາປາຂອງປະຊາຊົນ ຫຼື ຊາວປະມົງດ້ວຍການໃສ່ມອງ ແລະ ການເຮັດຫຼີ່ເພື່ອໂຕ່ງເອົາປາຢູ່ຕາມສາຍນໍ້າຕ່າງໆພາຍໃນເມືອງໂຂງໄດ້ເເລ້ວ ເມື່ອບໍ່ດົນມານີ້ພາຍຫຼັງທີ່ພະຍາຍາມມາແຕ່ ປີ 2009 ແຕ່ຊາວປະມົງຍັງສາມາດຫາປາດ້ວຍແຫ ແລະ ການໃສ່ເບັດໄດ້ເປັນປົກກະຕິ.
ຄວາມພະຍາຍາມຂອງອໍານາດການປົກຄອງເມືອງໂຂງກ່ຽວກັບການລົບລ້າງເລື່ອງດັ່ງກ່າວນີ້ ກໍ່ເພື່ອເປັນການອະນຸລັກສັດນໍ້າ ໂດຍສະເພາະປາ ຍ້ອນວ່າການໃຊ້ມອງເອົາປາ ແລະ ການໃຊ້ຫຼີ່ຈະເຮັດໃຫ້ປາດັບສູນ.
ຕາມການສໍາຫຼວດຢູ່ຕາມສາຍນໍ້າຕ່າງໆພາຍໃນເມືອງໂຂງມີສາຍພັນປາຫຼາຍກວ່າ 200 ຊະນິດ ແລະ ຢູ່ແມ່ນໍ້າຂອງມີຫຼາຍກວ່າ 1.000 ຊະນິດ.
ຂ່າວ: ວຽງຈັນທາຍ

