ນາຍົກສັ່ງໂຈະບັນດາພົນລະເມືອງປະເທດທີ່ມີການແຜ່ລະບາດພະຍາດໂຄວິດ-19 ໃນຊຸມຊົນເຂົ້າປະເທດ

ນາຍົກສັ່ງໂຈະບັນດາພົນລະເມືອງປະເທດທີ່ມີການແຜ່ລະບາດພະຍາດໂຄວິດ-19 ໃນຊຸມຊົນເຂົ້າປະເທດ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຖະແຫຼງການດ່ວນໃນຕອນເຊົ້າຂອງມື້ວັນທີ 22 ທັນວາ 2020 ກ່ຽວກັບພະຍາດໂຄວິດ-19 ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ພໍ່ແມ່ພີ່ນ້ອງຊາວລາວທີ່ເຄົາລົບ ແລະ ຮັກແພງທັງຫຼາຍມື້ນີ້ພວກເຮົາໄດ້ຢືນຢູ່ຕໍ່ໜ້າຄວາມທ້າທາຍຈາກພະຍາດໂຄວິດ-19 ໃນທົ່ວໂລກກໍ່ຄືປະເທດຂອງພວກເຮົາ ຂ້າພະເຈົ້າມີຄວາມຈໍາເປັນທີ່ຕ້ອງໄດ້ອອກມາພົບປະກັບພີ່ນ້ອງຊາວລາວ ໂດຍສື່ສານຜ່ານສື່ມວນຊົນເພື່ອສື່ສານກັບພີ່ນ້ອງຊາວລາວໃນຂອບເຂດທົ່ວປະເທດໃຫ້ຊາບທົ່ວເຖິງກັນກ່ຽວກັບການໃຫ້ການຮ່ວມມືກັບລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກ່ຽວກັບບັນຫາປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ອາດຈະເກີດຂຶ້ນຮອບໃໝ່ໃນປະເທດເຮົາ. ເຊົ້າຂອງມື້ນີ້ກໍ່ໄດ້ຮຽກປະຊຸມດ່ວນກັບຄະນະສະເພາະກິດປ້ອງກັນພະຍາດດັ່ງກ່າວໂດຍໃຊ້ເວລາຫຼາຍຊົ່ວໂມງໃນການວິໄຈພະຍາດນີ້ຢູ່ໃນໂລກ ລວມທັງການປ້ອງກັນຢູ່ປະເທດເຮົາຢ່າງລະອຽດຖີ່ຖ້ວນ ແລະ ມີການຕີລາຄາວ່າປະເທດເຮົາຜ່ານມາພວກເຮົາມີການແກ້ໄຂບັນຫາພະຍາດນີ້ໄດ້ດີ ມີຜູ້ຕິດເຊື້ອບໍ່ຫຼາຍ ແລະ ບໍ່ມີຜູ້ເສຍຊີວິດ ປິ່ນປົວກໍ່ໄດ້ດີ ຍັງເຫຼືອພຽງແຕ່ 4 ຄົນຈາກ 41 ຄົນທີ່ຕິດເຊື້ອພະຍາດນີ້ທີ່ຍັງນອນປິ່ນປົວຢູ່ໂຮງໝໍ ນັ້ນແມ່ນຜົນສໍາເລັດອັນໃຫ່ຍຫຼວງ ຂອງແພດໝໍທີ່ໄດ້ເຮັດວຽກຢ່າງທຸ້ມເທ ແລະ ເສຍສະຫຼະ ແລະ ປະຊາຊົນທີ່ໃຫ້ການຮ່ວມມື ເປັນກໍາລັງໃຈໃຫ້ລັດຖະບານ ນອກນັ້ນສິ່ງສໍາຄັນອີກປະການໜຶ່ງແມ່ນໄດ້ຮັບການຊ່ວຍເຫຼືອຄຽງບ່າຄຽງໄຫຼ່ກັນກັບປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ສາມາດເວົ້າໄດ້ວ່າເຮົາໄດ້ຮັບໄຊຊະນະຮ່ວມກັນໃນການຕ້່ານພະຍາດດັ່ງກ່າວ.
ທ່ານທອງລຸນ ໄດ້ກ່າວຕື່ມວ່າ: ລັດຖະບານແຫ່ງ ສປປ ລາວ ຢາກຂໍແຈ້ງມາຍັງປະຊາຊົນລາວຊາບວ່າ ຖ້າພວກເຮົາເບິ່ງອອກໄປທົ່ວໂລກຍັງເຫັນໄດ້ຢ່າງຈະແຈ້ງວ່າ ໂຄວິດ -19 ກໍາລັງເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົານັບມື້ນັບເພີ່ມຂຶ້ນ ຊຶ່ງຍັງບໍ່ມີກໍາລັງແຮງໃດໆມາຈໍາກັດ ແລະ ຢຸດຢັ້ງພະຍາດນີ້ໄດ້ເທື່ອ, ຄາດຄະເນວ່າອີກ 2-3 ວັນຂ້າງໜ້າ ຈະມີຜູ້ຕິດເຊື້ອສູງເຖິງ 80 ລ້ານຄົນໃນທົ່ວໂລກ ແລະ ຜູ້ເສຍຊີວິດອາດຈະເພີ່ມຂຶ້ນຮອດ 2 ລ້ານຄົນ, ສິ່ງທີ່ເປັນອັນຕະລາຍໄປກວ່ານັ້ນໄດ້ຮັບຂໍ້ມູນ ຈາກນັກວິທະຍາສາດການແພດຂອງໂລກໃຫ້ຮູ້ວ່າ ພະຍາດໂຄວິດ-19 ໄດ້ມີການກາຍພັນຮ້າຍແຮງຂຶ້ນກວ່າເກົ່າ ການແຜ່ເຊື້ອຈະມີຄວາມໄວຂຶ້ນ ແລະ ສະຫຼັບສັບຊ້ອນກວ່າສາຍພັນເດີມ. ການກວດເຫັນຜູ້ຕິດເຊື້ອສ່ວນຫຼາຍໃນປັດຈຸບັນບໍ່ມີອາການ ຊຶ່ງເຮັດໃຫ້ການປ້ອງກັນ ຄວບຄຸມຍິ່ງມີຄວາມຫຍຸ້ງຍາກເພີ່ມຂຶ້ນ ສິ່ງທີ່ກ່າວມາຂ້າງເທິງນັ້ນກໍ່ໄດ້ເກີດຂຶ້ນຢູ່ບາງປະເທດທີ່ມີຊາຍແດນຕິດກັບປະເທດເຮົາ ດັ່ງນັ້ນມັນຈຶ່ງຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ເພີ່ມຄວາມມີສະຕິລະວັງຕົວສູງກວ່າເກົ່າ ຊຶ່ງລັດຖະບານໄດ້ສ້າງກໍາລັງແຮງໃນການຮັບມືກັບພະຍາດນີ້ຢ່າງຈິງຈັງ ບໍ່ດັງນັ້ນໂຄວິດ-19 ຈະກັບມາປະເທດເຮົາອີກຮອບໃໝ່ ແລະ ຮ້າຍແຮງກວ່າເກົ່າ ການຄວບຄຸມກໍ່ຈະພົບກັບຄວາມສ່ຽງໃຫ່ຍຫຼວງກວ່າເກົ່າ. ຂໍຮຽກຮ້ອງໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທົບທວນຄືນຄໍາສັ່ງຕ່າງໆ ແລະ ມາດຕະການຕ່າງໆທີ່ຜ່ານມາ ກ່ຽວກັບມາດຕະການຕ້ານພະຍາດດັ່ງກ່າວນີ້ ແລະ ໃຫ້ມີມາດຕະການເພີ່ມເພື່ອຮັບມືກັບສະພາບການໃໝ່, ຖ້າມີມາດຕະການໃໝ່ອອກມາຂໍໃຫ້ທຸກຊັ້ນຄົນໃຫ້ການຮ່ວມມືໃນການປະຕິບັດ. ສິ່ງທີ່ຈະຕ້ອງປະຕິບັດໂລດນັບແຕ່ນີ້ຕໍ່ໄປແມ່ນໃຫ້ໂຈະບັນດາພົນລະເມືອງປະເທດທີ່ມີການແຜ່ລະບາດພະຍາດໂຄວິດ-19 ໃນຊຸມຊົນເຂົ້າປະເທດລາວ, ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ, ສືບຕໍ່ປິດຖ້ຽວບິນໝົາລໍາ ຈາກຕ່າງປະເທດໃນໄລຍະນີ້ ນອກຈາກກໍລະນີຈໍາເປັນແທ້ໆ ແຕ່ຕ້ອງໄດ້ຮັບອະນຸຍາດທຸກໆຄັ້ງ, ໃຫ້ສືບຕໍ່ກຽມສະຖານທີ່ກັກກັນຊົ່ວຄາວ ໃຫ້ມີມາດຕະຖານທີ່ດີກວ່າເກົ່າ, ກຽມເພີ່ມສະຖານທີ່ອຸປະກອນ ຢາ ການແພດຕ່າງໆເພື່ອຮັບໃຊ້ການປິ່ນປົວຜູ້ຕິດເຊື້ອ, ກຽມງົບປະມານເພື່ອຊື້ຢາວັກຊີນຕື່ມອີກ ສິ່ງສໍາຄັນຢາກຮຽກຮ້ອງໃຫ້ປະຊາຊົນລາວຮັກສາໄລຍະຫ່າງ ບໍ່ສໍາຜັດມື ແລະ ປະຕິບັດມາດຕະການຕ້ານພະຍາດໂຄວິດ-19 ຕາມການແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ.

ຂ່າວ:: ວຽງຈັນທາຍ

ພາບ: ສຸກສາຄອນ 

Related Articles

Leave a Reply