ກະຊວງພາຍໃນ ມອບລົດຈັກຮອນດ້າ ເວບ ໃຫ້ແຂວງອັດຕະປື ເພື່ອ​ນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງພົນລະເມືອງ

ກະຊວງພາຍໃນ ມອບລົດຈັກຮອນດ້າ ເວບ ໃຫ້ແຂວງອັດຕະປື ເພື່ອ​ນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງພົນລະເມືອງ

ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ໄດ້ນຳເອົາພາຫະນະລົດຈັກ ຈຳນວນ 6 ຄັນ ມອບໃຫ້ແຂວງອັດຕະປື ເມື່ອບໍ່ດົນມານີ້, ເພື່ອນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງພົນລະເມືອງພາຍໃນແຂວງ ໂດຍສະເພາະວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ, ຊຶ່ງໃນນີ້ໄດ້ມອບໃຫ້ຂະແໜງຄຸ້ມຄອງພົນລະເມືອງພະແນກພາຍໃນແຂວງອັດຕະປື ຈໍານວນ 1ຄັນ ແລະ ມອບໃຫ້ໜ່ວຍງານຄຸ້ມຄອງພົນລະເມືອງ 5 ຕົວເມືອງພາຍໃນແຂວງອີກ ເມືອງລະ 1 ຄັນ, ລວມມູນຄ່າທັງໝົດ 108 ລ້ານກວ່າກີບ.
ພິທີມອບ-ຮັບພາຫະນະດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງວ່າການປົກຄອງ ແຂວງອັດຕະປື, ຮອງຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ, ທ່ານ ວັນດີ ຈັນທະລິເດດ ແລະ ຫົວໜ້າພະແນກພາຍໃນ ແຂວງອັດຕະປື, ທ່ານ ບຸນທະມະລີ ໝັ້ນອານົງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ຂໍ້ມູນ: ສິດຕິພອນ ສຸວັນນະວົງ

Related Articles

Leave a Reply