ກອງບັນຊາການ ປກສ ເມືອງລ້ອງແຈ້ງ ໄດ້ມອບ ອາວຸດເສິກ, ອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ທີ່ນຳໃຊ້ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃຫ້ກັບຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໄຊສົມບູນ.
ຫົວໜ້າກອງບັນຊາການ ປກສ ເມືອງລ້ອງແຈ້ງ, ທ່ານ ພັທ ຄຳໝັ້ນ ພິມມະວົງສາ ໄດ້ລາຍງານໃນພິທີມອບ-ຮັບອາວຸດ ຫວ່າງບໍ່ດົນມານີ້ ທີ່ປກສ ເມືອງລ້ອງແຈ້ງວ່າ: ຈາກການລົງເກັບກູ້ອາວຸດເສິກ, ອາວຸດລ່າເນື້ອ ແລະ ອຸປະກອນທີ່ມີການເຄື່ອນໄຫວ ນຳໃຊ້ບໍ່ຖືກຕ້ອງ ໃນທົ່ວເມືອງລ້ອງແຈ້ງ ໄດ້ທັງໝົດດັ່ງນີ້: ປືນແກ໋ບ 296 ກະບອກ, ເລົາປືນ 48 ເລົາ, ເສດປືນສົງຄາມ ບາໂຊກາ ຈຳນວນ 01 ກະບອກ ພ້ອມດ້ວຍລູກກະສຸນ 01 ລູກ ແລະ ລູກປືນ M 79 ຈໍານວນ 19 ລູກ.
ສໍາລັບ ອາວຸດທີ່ໄດ້ມາໃນຄັ້ງນີ້ ແມ່ນນໍາມາເກັບຮັກສາໄວ້ຢູ່ສາງປືນຂອງກອງບັນຊາການ ປກສ ແຂວງ ເພື່ອລໍຖ້າການທຳລາຍ, ສ່ວນ ເສດປືນສົງຄາມ ບາໂຊກາ ພ້ອມດ້ວຍກະສຸນ ແລະ ລູກ ປືນ M 79 ມອບໃຫ້ກອງບັນຊາການທະຫານເມືອງລ້ອງແຈ້ງ ເປັນຜູ້ຄຸ້ມຄອງຮັກສາ.
ຂໍ້ມູນ: ປກສ ແຂວງໄຊສົມບູນ

