ໂຄງການກໍ່ສ້າງສູນກິດຈະກຳຄົບວົງຈອນຊາວໜຸ່ມ-ເຍົາວະຊົນລາວ ຈະສຳເລັດໃນປີ 2022

ໂຄງການກໍ່ສ້າງສູນກິດຈະກຳຄົບວົງຈອນຊາວໜຸ່ມ-ເຍົາວະຊົນລາວ ຈະສຳເລັດໃນປີ 2022

ໂຄງການກໍ່ສ້າງສູນກິດຈະກຳຄົບວົງຈອນຊາວໜຸ່ມ-ເຍົາວະຊົນລາວ ສ້າງຂຶ້ນເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມປູກຈິດສຳນຶກທີ່ດີ ແລະ ເປັນບ່ອນສ້າງກິດຈະກຳຕ່າງໆຂອງຊາວໜຸ່ມ-ເຍົາວະຊົນ ບັນດາເຜົ່າທີ່ເປັນຜູ້ສືບທອດ, ເປັນໜໍ່ແໜງຂອງປະເທດຊາດ ແນໃສ່ໃຫ້ເຫັນເຖິງໄພອັນຕະລາຍຂອງຢາເສບຕິດ ແລະ ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດ.

ສໍາລັບ ໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ, ມີເນື້ອທີ່ 3,5 ເຮັກຕາ ຕັ້ງຢູ່ບ້ານໂນນສະອາດ (ເຂດດົງໝາກຄາຍ) ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍ ລັດຖະບານຈີນ ໄດ້ຊ່ວຍເຫຼືອ ລວມມູນຄ່າ 72.060.000 ລ້ານຢວນ, ຊຶ່ງໂຄງການກໍ່ສ້າງດັ່ງກ່າວຈະສໍາເລັດ ໃນປີ 2022

ພິທີວາງສີລາລືກໂຄງການດັ່ງກ່າວ ໄດ້ຈັດຂຶ້ນ ຫວ່າງບໍ່ດົນມານີ້ ທີ່ບ້ານໂນນສະອາດ, ໂດຍການເຂົ້າຮ່ວມຂອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ອາລຸນໄຊ ສູນນະລາດ, ທີ່ປຶກສາດ້ານເສດຖະກິດ-ການຄ້າ, ສະຖານທູດ ສປຈີນ ປະຈຳ ສປປ ລາວ, ທ່ານ Zhao Wenyu, ພ້ອມດ້ວຍບັນດາແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ: ວຽງຈັນທາຍ

ຮູບ: ສັງຄົມໄຊ

Related Articles

Leave a Reply