ພາຍຫຼັງທີ່ ລັດຖະມົນຕີກະຊວງສາທາລະ ນະສຸກ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ກຽ່ວກັບການໂຈະຊົ່ວຄາວການນໍາເຂົ້າປະເພດອາຫານທະເລສົດ ແລະ ແຊ່ເເຂງຈາກປະເທດໄທ ຍ້ອນວ່າພົບຜູ້ຕິດເຊື້ອໂຄວິດ-19 ຢູ່ຕະຫຼາດສົດຂອງປະເທດໄທ ທັງນີ້ກໍ່ເພື່ອເປັນມາດຕະການໃນການປ້ອງກັນພະຍາດໂຄວິດ-19, ແຕ່ຍັງພົບເຫັນມີການວາງຂາຍປະເພດອາຫານສົດປະເພດຕ່າງໆຢູ່ຕາມທ້ອງຕະຫຼາດຢູ່.
ເພື່ອປະຕິບັດຕາມການແຈ້ງການດັ່ງກ່າວ, ເຈົ້າໜ້າທີ່ສະເພາະກິດກະຊວງສາທາລະນະສຸກ, ເຈົ້າໜ້າທີ່ຫ້ອງການສາທາລະນະສຸກເມືອງໃນຂອບເຂດທົ່ວປະເທດ ໂດຍສົມທົບກັບເຈົ້າໜ້າທີ່ພະແນກການຄ້າ ນະຄອນຫຼວງ, ຫ້ອງການການຄ້າເມືອງ ແລະ ເຈົ້າໜ້າທີ່ພາສີ ໄດ້ລົງເຄື່ອນໄຫວກວດກາປະເພດອາຫານທະເລສົດຢູ່ຕາມຕະຫຼາດຕ່າງໆ ໂດຍຍັງພົບເຫັນວ່າມີການວາງຂາຍເປັນຈໍານວນຫຼາຍທັງທີ່ມີການຫ້າມນໍາເຂົ້າ ຊຶ່ງທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ຢຶດອາຫານດັ່ງກ່າວຈໍານວນໜຶ່ງຍ້ອນພົບທີ່ມາບໍ່ຈະແຈ້ງ ແລະ ເອົາມາກວດຫາເຊື້ອພະຍາດໂຄວິດ-19 ຊຶ່ງຜົນການກວດແມ່ນພົບແຕ່ມີການໃຊ້ສານກັນບູດ ຊຶ່ງສານດັ່ງກ່າວກໍ່ເປັນອັນຕະລາຍແກ່ຊີວິດ ແລະ ສຸຂະພາບຂອງຜູ້ບໍລິໂພກ.
ຂ່າວ: ວຽງຈັນທາຍ

