ກົມໃຫ່ຍຕໍາຫຼວດຈະລາຈອນ ແຈ້ງຕໍ່ທີມງານວຽງຈັນທາຍໃນວັນທີ 4 ມັງກອນ 2021 ວ່າ: ໃນໄລຍະ 5 ວັນ ນັບແຕ່ວັນທີ 29 ທັນວາ 2020 ຫາ 2 ມັງກອນ 2021 ຊຶ່ງເປັນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2020 ແລະ ຕ້ອນຮັບປີໃໝ່ 2021, ໄດ້ເຮັດໃຫ້ມີຜູ້ເສບຊີວິດທັງໝົດ 36 ຄົນຈາກອຸບັດເຫດທີ່ເກີດຢູ່ທ້ອງຖະໜົນທັງໝົດ 217 ຄັ້ງ ໃນຂອບເຂດທົ່ວປະເທດ.
ກົມໃຫ່ຍຕໍາຫຼວດຈະລາຈອນແຈ້ງໃຫ້ຮູ້ຕື່ມວ່າ: ອຸບັດເຫດສ່ວນຫຼາຍແມ່ນເກີດຈາກການດື່ມສິ່ງມືນເມົາ (ເຫຼົ້າ, ເບຍ) ມີເຖິງ 72 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ, ຮອງລົງມາແມ່ນເກີດຈາກການຂັບຂີ່ດ້ວຍຄວາມໄວ ເກີນກໍານົດກໍ່ໃຫ້ເກີດອຸບັດເຫດ 65 ຄັ້ງ ໂດຍໄດ້ເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ.
ສະເພາະນະຄອນຫຼວງວຽງຈັນໃນໄລຍະ 5 ວັນດັ່ງກ່າວໄດ້ເກີດອຸບັດເຫດທັງໝົດ 41 ຄັ້ງ ແລະ ມີຜູ້ເສຍຊີວິດ 7 ຄົນ.
ຂ່າວ: ວຽງດາວັນ
ພາບ: 1623

