ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງ ທ້າຍສະໄໝ ເນັ້ນປຶກສາຫາລືສະເພາະ 10 ເອກະສານທີ່ສໍາຄັນ

ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງ ທ້າຍສະໄໝ ເນັ້ນປຶກສາຫາລືສະເພາະ 10 ເອກະສານທີ່ສໍາຄັນ

10 ເອກະສານສໍາຄັນໄດ້ຖືກຍົກມາສົນທະນາ ແລະ ປຶກສາຫາລືໃນກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງ ທ້າຍສະໄໝທີ່ໄດ້ຈັດຂຶ້ນເມື່ອວັນທີ 7 ແລະ ຈະດໍາເນີນໄປຮອດວັນທີ 8 ມັງກອນ 2021 ນີ້ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ.

10ເອກະສານສໍາຄັນດັ່ງກ່າວປະກອບມີບົດລາຍ ງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII (2016-2020), ບົດລາຍງານ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ແລະ ຮ່າງເບື້ອງຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025), ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າ​ການ​ປັບ​ປຸງ​ກົນ​ໄກ​ການ​ອຳ​ນວຍ​ຄວາ​ມ​ສະ​ດວກ ແລະ ບັນ​ດາ​ຕົວ​ຊີ້​ວັດ​ ໃນ​ກາ​ນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ສ​ປປ ລາວ (ຕາມ​ຄຳ​ສັ່ງ 02/ນຍ) ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ ວ່າ​ດ້ວຍ​ການ​ປັບ​ປຸງວຽກ​ງານ​ບໍ​ລິ​ການ ການ​ອອກ​ໃບ​ອະ​ນຸ​ຍາດ​ການ​ລົງ​ທຶນ ແລະ ການ​ອອກ​ໃບ​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ (ຄຳ​ສັ່ງ 03), ການວາງ​ແຜນ​ຍຸດ​ທະ​ສາດ​ການ​ສົ່ງ​ເສີມ​ຜະ​ລິດເປັນ​ສິ​ນ​ຄ້າ ຕິດ​ພັນ​ກັບ​ກົນ​ໄກ​ການ​ເຂົ້າ​ເຖິງ​ຕະ​ຫຼາດ​ຈຳ​ໜ່າຍ​ສິ​ນ​ຄ້າ ແລະ ການ​ຄ້າ​ຊາຍ​ແດນ, ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຄົ້ນ​ຄວ້​າການ​ຫັນ​ຊັບ​ສິນ​ຂອງ​ລັດເປັນ​ທຶນ, ບົດ​ລາຍ​ງານ​ຜົນ​ການ​ຕິດ​ຕາມ, ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຄຳ​ສັ່ງ 15/ນຍ ປີ 2020, ບົດລາຍງານ ກ່ຽວກັບການກະກຽມ ໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs), ບົດລາຍງານ ກ່ຽວກັບຜົນການຈັດຕັ້ງປະຕິບັດ ແຜນການແກ້ໄຂບັນຫາຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຕາມກົດໝາຍຂອງ ສປປ ລາວ, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ ແລະ ທິດຜັນຂະຫຍາຍຜົນກອງປະຊຸມ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 43 ປະຈໍາປີ 2020.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply