ສະຫະພັນບານເຕະແຫ່ງຊາດລາວຈະສ້າງສູນຝຶກບານເຕະ ຈໍາປີ-ຈໍາປາ

ສະຫະພັນບານເຕະແຫ່ງຊາດລາວຈະສ້າງສູນຝຶກບານເຕະ ຈໍາປີ-ຈໍາປາ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ມີແຜນຈະສ້າງ ສູນຝຶກບານເຕະ ຈໍາປີ-ຈໍາປາ ເພື່ອເປັນບ່ອນຝຶກແອບໃຫ້ກັບນັກກິລາອະນຸຊົນ, ເຍົາວະຊົນ ໄດ້ມີໂອກາດໃນການຫຼິ້ນກິລາ ໃຫ້ມີທັກສະການເຕະບານ ແລະ ກິດຈະກໍາຕ່າງໆ ເພື່ອສ້າງນັກກິລາຮຸ່ນສືບທອດໃນອະນາຄົດ.
ພ້ອມດຽວກັນນັ້ນ, ສຕລ ຈະສ້າງຕັ້ງໜ່ວຍງານການຝຶກສອນທັກສະກິລາບານເຕະຂັ້ນພື້ນຖານ ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ຜະລິດແຈກຢາຍຄູ່ມືຝຶກແອບເຕະບານ ຈໍາປີ-ຈໍາປາ ຂັ້ນພື້ນຖານແບບຖືກວິທີເປັນພາສາລາວ ເພື່ອແຈກຢາຍກັບບັນດາຄູຝຶກໃນທົ່ວປະເທດ.
ໃນນັ້ນ ແມ່ນເນັ້ນໃສ່ສົ່ງເສີມພັດທະນາບັນດາຄູຝຶກກິລາບານເຕະ ໃຫ້ມີຄວາມສາມາດ ມີພອນສະຫວັນທາງດ້ານກິລາບານເຕະໃຫ້ໄດ້ທົ່ວທຸກເຂດທີ່ຫ່າງໄກທົ່ວປະເທດ, ເພື່ອເລັງໃສ່ຝຶກແບບ ແລະ ຊອກຫານັກກິລາເຍົາວະຊົນທີ່ມີພອນສະຫວັນໃນທົ່ວປະເທດມາເປັນກິລາຮຸ່ນສຶບທອດ ຈົນກາຍເປັນນັກກິລາຕົວແທນໃນຂະແໜງການຕ່າງໆເພື່ອກ້າວໄປເຖິງນັກກິລາທີມຊາດໃນອະນາຄົດ.

ຂໍ້ມູນ: ສຕລ

Related Articles

Leave a Reply