ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາອໍານວຍການຊັ້ນມັດທະຍົມສຶກສາ ໃນຂອບເຂດທົ່ວປະເທດ ໃຫ້ໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈໍາສົກຮຽນ 2020-2021 ນີ້ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຍ້ອນວ່າຖ້າມີການສອບເສັງດັ່ງກ່າວຈະມີນັກຮຽນເກັ່ງແຕ່ລະແຂວງມາຮວມກັນຢູ່ຈຸດສອບເສັງ ຊຶ່ງມີຄວາມສຽງທີ່ອາດຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໃນກໍລະນີມີນັກຮຽນແຂວງໃດໜຶ່ງຕິດພະຍາດດັ່ງກ່າວໂດຍໃຫ້ຈັດຕັ້ງສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາພາຍໃນແຂວງຂອງຕົນ, ໃຫ້ ປະຕິບັດນະໂຍບາຍຕໍ່ ນັກຮຽນເກັ່ງລະດັບແຂວງ ຕາມລະບຽບທີ່ກໍານົດໄວ້ໂດຍມີການມອບໃບຍ້ອງຍໍ, ໃບຢັ້ງຢືນ, ທຶນການສຶກສາ ແລະ ອື່ນໆ ຕາມຄວາມເໝາະສົມ.
ນອກນັ້ນແຈ້ງການຍັງໄດ້ລະບຸໄວ້ຕື່ມອີກວ່າ: ໃຫ້ສັບຊ້ອນນັກຮຽນເກັ່ງຊັ້ນ ມ.4 ເຂົ້າຮຽນຊັ້ນມັດທະຍົມສຶກສາຕອນປາຍຫ້ອງພອນສະຫວັນ ໂຮງຮຽນມັດທະຍົມສົມບຸນພອນສະຫວັນຂອງແຂວງ, ມັດທະຍົມສົມບູນສັນຕິພາບ ແຂວງ ຫຼວງພະບາງ, ມັດທະຍົມສົມບູນວຽງຈັນ ນະຄອນຫຼວງວຽງຈັນ ແລະ ສັບຊ້ອນນັກຮຽນເກັ່ງ ມ.7 ເຂົ້າຮຽນມະຫາວິທະຍາໄລ ໃນທຶນການສຶກສາຕາມການແບ່ງປັນຂອງແຂວງ.
ຂໍ້ມູນ: ກະຊວງສຶກສາທິການ ແລະ ກິລາ

