ອົງການປົກຄອງແຂວງໄຊສົມບູນ ຮ່ວມກັບ ບໍລິສັດ ບໍ່ແຮ່ໄທຊານ ມິງຈີນລາວ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ເຫຼັກ ໃນເນື້ອທີ່ 102,52 ກິໂລຕາແມັດ ເຂດບ້ານນໍ້າຍອນ ເມືອງອານຸວົງ ແຂວງໄຊສົມບູນ.
ອີງຕາມບົດບັນທຶກດັ່ງກ່າວ, ບໍລິສັດ ບໍ່ແຮ່ໄທຊານ ມິງຈີນລາວ ຈະຕ້ອງໄດ້ຈັດຕັ້ງປະຕິບັດບັນດາໜ້າວຽກ ໃນໄລຍະເວລາຂອງບົດບັນທຶກ ກໍານົດແມ່ນ 24 ເດືອນ ຄື: ຊອກຄົ້ນ, ສໍາຫຼວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ, ໂດຍບໍລິສັດໄດ້ວາງເງິນຄໍ້າປະກັນໂຄງການ ຈໍານວນ 100.000 ໂດລາສະຫະລັດ ພ້ອມທັງປະກອບສ່ວນທຶນເຂົ້າໃນການພັດທະນາ ແຂວງໄຊສົມບູນ ອີກຈໍານວນໜຶ່ງ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ສະໂມສອນເມືອງອານຸວົງລະຫວ່າງ ທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າອົງການປົກຄອງແຂວງ ແລະ ທ່ານ ຢູຢົງຊາວ, ຮອງອໍານວຍການບໍລິສັດ ບໍ່ແຮ່ໄທຊານ ມິງຈີນລາວ, ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ+ພາບ: ພາພອນ ນະວົງໄຊ

