ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃຫ້ຮູ້ວ່າ: ແມ່ນໍ້າຂອງທີ່ບົກແຫ້ງ ຈົນໃນບາງບ່ອນສາມາດຍ່າງຂ້າມໄດ້ນັ້ນໄດ້ກາຍເປັນສິ່ງທ້າທາຍໃຫ້ຄະນະສະເພາະກິດຕ້ານໂຄວິດ-19 ໃນການປ້ອງກັນການລັກລອບກັບຄືນມາປະເທດແບບຜິດກົດໝາຍຂອງຜູ້ອອກແຮງງານລາວທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານໂດຍສະເພາະປະເທດໄທທີ່ຍັງມີການແຜ່ລະບາດຂອງພະຍາດນີ້ເປັນວົງກວ້າງ ໂດຍບາງວັນມີເຖິງ 400 ຄົນ. ນອກນັ້ນຢູ່ປະເທດມຽນມາ, ຫວຽດນາມ ແລະ ຈີນ ກໍຍັງກວດພົບຜູ້ຕິດເຊື້ອໃນແຕ່ລະວັນ ຊຶ່ງບຸກຄົນດັ່ງກ່າວນີ້ອາດມີຄວາມສ່ຽງທີ່ຈະນໍາເຊື້ອພະຍາດດັ່ງກ່າວມາແຜ່ລະບາດຢູ່ປະເທດລາວຫາກຜູ້ໃດຜູ້ໜຶ່ງຕິດເຊື້ອມາ ໂດຍທີ່ທາງເຈົ້າໜ້າທີ່ບໍ່ເຫັນ (ບໍ່ໄດ້ນໍາຕົວໄປກວດຫາເຊື້ອ ແລະ ເຂົ້າກັກຕົວຢູ່ສູນຈໍາກັດບໍລິເວນ). ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດປັດຈຸບັນ, ປະເທດລາວກວດພົບເຊື້ອພະຍາດໂຄວິດ-19 ທັງໝົດ 49 ຄົນ ໃນນີ້ ປິ່ນປົວຫາຍດີແລ້ວ 45 ຄົນ, ຍັງນອນປິ່ນປົວຢູ່ໂຮງໝໍ ຈໍານວນ 4 ຄົນ.
ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19ໃຫ້ຮູ້ຕື່ມວ່າ: ສະເພາະການແຜ່ລະບາດຂອງພະຍາດໂຄວິດ-19 ຮອດວັນທີ 23 ມີນາ 2021 ທີ່ຜ່ານມາ: ທົ່ວໂລກຍັງມີການລະບາດຂອງພະຍາດນີ້ຢູ່ 219 ປະເທດ/ເຂດ, ມີຜູ້ຕິດເຊື້ອສະສົມແລ້ວຫຼາຍກວ່າ 124 ລ້ານຄົນ, ເສຍຊີວິດແລ້ວຫຼາຍກວ່າ 2,7 ລ້ານຄົນ ແລະ ປິ່ນປົວຫາຍດີ 100.234.344 ຄົນ.
ປະເທດສະຫະລັດອາເມຣິກາ ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າປະເທດອື່ນໆ, ມີຜູ້ຕິດເຊື້ອສະສົມສູງເຖິງ 30.568.167 ຄົນ ແລະ ເສຍຊີວິດສະສົມ 555.870 ຄົນ.

