ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ພະຍາກອນສະພາບອາກາດລ່ວງໜ້າໃຫ້ຮູ້ວ່າ: ໃນໄລຍະ 4 ວັນຂ້າງໜ້າ ນັບແຕ່ມື້ວັນທີ 7-10 ເມສາ 2021 ທີ່ຈະມາເຖິງນີ້ຢູ່ເຂດພາກເໜືອດ້ານຕາເວັນຕົກ, ພາກກາງ ແລະ ພາກໃຕ້ ອາກາດຈະຮ້ອນອົບເອົ້າໃນຕອນບ່າຍ ແລະ ຈະເກີດພາຍຸຝົນລະດູຮ້ອນ ຊຶ່ງຈະເຮັດໃຫ້ຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຍ້ອນວ່າສອງກະແສລົມຕາເວັນອອກ ແລະ ລົມຕາເວັນອອກສ່ຽງໃຕ້ ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ.
ຕໍ່ກັບສະພາບການດັ່ງກ່າວ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດພາກເໜືອດ້ານຕາເວັນຕົກ, ພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນອົບເອົ້າທີ່ອາດຈະເຮັດໃຫ້ເກີດມີອັກຄີໄພ ແລະ ຈົ່ງມີສະຕິລະມັດລະວັງຕໍ່ສະພາບພາຍຸດັ່ງກ່າວ.
ຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

