ການລະບາດຂອງພະຍາດໂຄວິດ-19 ຢູ່ ໃນໂລກ ແລະປະເທດໃກ້ຄຽງຍັງ ໜ້າເປັນຫ່ວງ

ການລະບາດຂອງພະຍາດໂຄວິດ-19 ຢູ່ ໃນໂລກ ແລະປະເທດໃກ້ຄຽງຍັງ ໜ້າເປັນຫ່ວງ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕາງໜ້າໂດຍ ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່  ໄດ້ແຈ້ງໃຫ້ຮູ້ເມື່ອວັນທີ 20 ເມສາ 2021 ທີ່ຜ່ານມານີ້ໃຫ້ຮູ້ວ່າ:

ໃນທົ່ວໂລກມີການລະບາດຂອງພະຍາດ ໂຄວິດ-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມແລ້ວ 142.671.844 ຄົນ, ເສຍຊິວິດສະສົມ 3.041.967 ຄົນ ແລະ ປີ່ນປົວຫາຍດີ 121.316.887 ຄົນ. ປະເທດອາເມຣິກາ ຍັງເປັນອັນດັບ1 ມີຜູ້ຕິດເຊື້ອສະສົມຫຼາຍກວ່າ 32 ລ້ານກວ່າຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 581.521 ຄົນ, ອັນດັບສອງ ແມ່ນປະເທດອິນເດຍ ມີຜູ້ຕິດເຊື້ອສະສົມ 15 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 180.550 ຄົນ.

ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ສຳລັບ 10 ປະເທດອາຊຽນ ແມ່ນປະເທດ ອິນໂດເນເຊຍ ທີ່ມີຜູ້ຕິດເຊື້ອສູງເປັນອັນອັນດັບ 1 ແລະ ເປັນອັນດັບທີ 19 ຂອງໂລກ, ມີຜູ້ຕິດເຊື້ອສະສົມຫຼາຍກວ່າ 1,6 ລ້ານກວ່າຄົນ,​ ຮອງລົງມາແມ່ນປະເທດ ຟີລິບປິນ, ມາເລເຊຍ, ມຽນມາ ຕາມລຳດັບ. ສະເພາະສະພາບການຕິດເຊື້ອ ພະຍາດໂຄວິດ-19 ຢູ່ປະເທດອ້ອມຂ້າງ ສປປ ລາວ ຊຶ່ງປະເທດໄທມີລາຍງານການລະບາດພາຍໃນປະເທດຮອບໃໝ່ ໃນເດືອນເມສາ ເຊິ່ງປະຈຸບັນ ມີຜູ້ຕິດເຊື້ອຫຼາຍກວ່າ 43.742 ຄົນ, ເສຍຊີວິດຫຼາຍກວ່າ 100 ຄົນ ໂດຍພົບຜູ້ຕິດເຊື້ອຢູ່ 71 ແຂວງໃນທົ່ວປະເທດໄທ, ກຳປູເຈຍ ມີຜູ້ຕິດເຊື້ອຫຼາຍກວ່າ 7.013 ຄົນ, ເສຍຊີວິດ 45 ຄົນ, ສປ ຈີນ ມີຜູ້ຕິດເຊື້ອໃໝ່ 11 ຄົນ, ບໍ່ມີຜູ້ເສຍຊີວິດໃໝ່,​ ສສ ຫວຽດນາມ ມີກໍລະນີຕິດເຊື້ອໃໝ່ 7 ຄົນ, ບໍ່ມີຜູ້ເສຍຊີວີດ ແລະ ມຽນມາ​ ມີກໍລະນີຕິດເຊື້ອໃໝ່ 16 ຄົນ  ແລະ ບໍ່ມີລາຍ ງານຜູ້ເສຍຊີວິດ.

Related Articles

Leave a Reply