ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ຊີ້ນໍາວຽກງານຕ້ານພະຍາດໂຄວິດ-19 ພ້ອມທັງໃຫ້ກຳລັງໃຈພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ (150 ຕຽງ) ຫຼັງໃໝ່ ໃນຕອນເຊົ້າ ວັນທີ 24 ເມສາ 2021 ຊຶ່ງທ່ານນາຍົກລັດຖະມົນຕີ ແລະ ຄະນະໄດ້ຮັບຟັງການລາຍງານສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ ແລະ ສະພາບການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ກໍາລັງປິ່ນປົວຢູ່ໂຮງໝໍຕ່າງໆ ແລະ ສະເພາະຢູ່ໂຮງໝໍມິດຕະພາບແຫ່ງນີ້; ພ້ອມທັງໄດ້ຮັບຟັງການລາຍງານກ່ຽວກັບຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຕໍ່ໜ້າ ເປັນຕົ້ນດ້ານສະຖານທີ່ຮອງຮັບ, ຢາປິ່ນປົວ, ວັກຊິນປ້ອງກັນ, ນໍ້າຢາກວດຫາເຊື້ອພະຍາດ, ອຸປະກອນການແພດຕ່າງໆ ລວມທັງແຜນການດ້ານວິຊາການ, ການປະຕິບັດນະໂຍບາຍ ຕໍ່ພະນັກງານແພດໝໍ, ຄວາມຫຍຸ້ງຍາກຕ່າງໆ ແລະ ອື່ນໆ.
ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍພະນັກງານແພດໝໍ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃນການເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ດ້ວຍຄວາມອົດທົນພະຍາຍາມ, ເສຍສະຫຼະສູງ ແລະ ມີຜົນ ສຳເລັດດີສົມຄວນ. ອັນສຳຄັນ, ທ່ານຍັງໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານ ເປັນຕົ້ນໃຫ້ນະຄອນຫຼວງວຽງຈັນ ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດ ຄຳສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ມີບາງຈຸດສຳຄັນຄື: ການເພີ່ມທະວີຄວາມເຂັ້ມງວດໃນວຽກງານການກວດກາ ແລະ ຈໍາກັດ ການເຄື່ອນໄຫວໄປ-ມາ ຂອງຜູ້ຄົນໃນເຂດທີ່ມີຄວາມສ່ຽງສູງ ກໍຄືບັນດາບ້ານ ທີ່ມີຜູ້ຕິດເຊື້ອພະຍາດ.
– ໃຫ້ສົມທົບກັບພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າສ້າງແຜນທົດລອງ ນໍາຜູ້ຕິດເຊື້ອ ທີ່ມີອາການເບົາບາງ ໄປປິ່ນປົວຢູ່ນອກໂຮງໝໍ ກໍຄືບ່ອນທີ່ມີເງື່ອນໄຂສະດວກ ຂອງຄອບຄົວຜູ້ຕິດເຊື້ອແຕ່ຢູ່ພາຍໃຕ້ການປິ່ນປົວ, ແນະນຳ, ຕິດຕາມ, ກວດກາ ແລະ ຄຸ້ມຄອງ ຂອງພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຄວາມແອອັດຢູ່ໂຮງໝໍ ໃນກໍລະນີມີການລະບາດຫຼາຍໃນຕໍ່ໜ້າ, ເອົາໃຈໃສ່ເບິ່ງແຍງການປະຕິບັດໜ້າທີ່ ແລະ ການດຳລົງຊີວິດ ຂອງພະນັກງານແພດໝໍ ໃຫ້ດີ, ໃຫ້ມີສຸຂະພາບແຂງແຮງ, ຮັບປະກັນ ສາມາດປະຕິບັດໜ້າທີ່ໄດ້ດີຢ່າງຕໍ່ເນື່ອງ, ລວມທັງ ການປະຕິບັດນະໂຍບາຍຕໍ່ເຂົາເຈົ້າ ຕາມເງື່ອນໄຂ ແລະ ເວລາທີ່ເໝາະສົມ, ສືບຕໍ່ສີດຢາຂ້າເຊື້ອ ບັນດາບໍລິເວນ ທີ່ຜູ້ຕິດເຊື້ອ ໄດ້ໄປເຄື່ອນໄຫວ ແລະ ສືບຕໍ່ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ໄວ ໂດຍໃຫ້ມີລັກສະນະຍາດແຍ່ງ ແລະ ສູ້ຊົນຫຼາຍກວ່າເກົ່າ, ໃຫ້ສະໜອງ ແລະ ເປີດເຜີຍຂໍ້ມູນຜູ້ຕິດເຊື້ອທີ່ຈຳເປັນ ໃຫ້ແກ່ທ້ອງຖິ່ນທີ່ຜູ້ຕິດເຊື້ອອາໄສຢູ່ ແລະ ສັງຄົມຮັບຊາບຢ່າງກວ້າງຂວາງ ເພື່ອສາມາດປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂໄດ້ຢ່າງທັນການ ແລະ ຖືກຕ້ອງ, ໃຫ້ສະເໜີແຜນຕ່າງໆ ທີ່ເປັນທາງການໄວ້ ເປັນຕົ້ນ ແຜນຄວາມຕ້ອງການຕ່າງໆ, ແຜນການເຄື່ອນໄຫວວຽກງານຕ່າງໆທີ່ເປັນອັນໃໝ່; ດຳເນີນຂັ້ນຕອນຕ່າງໆໃນການແກ້ໄຂ ແລະ ຊ່ວຍເຫຼືອບັນດາພາກເອກະຊົນ ທີ່ມີເງື່ອນໄຂທີ່ສະເໜີເຈດຈຳນົງ ຢາກຊື້ວັກຊິນປ້ອງກັນພະຍາດມາສັກໃຫ້ພະນັກງານຂອງຕົນໃຫ້ໄວ ແລະ ທັນສະພາບການ, ເອົາໃຈໃສ່ ເຮັດວຽກໂຄສະນາເຜີຍແຜ່ ຢ່າງແຂງແຮງກວ່າເກົ່າ ໃນນັ້ນດ້ານເນື້ອໃນ ແມ່ນໃຫ້ເພີ່ມຄວາມຮູ້ກ່ຽວກັບການປ້ອງກັນ, ການປິ່ນປົວຂັ້ນພື້ນຖານ, ລວມທັງການປຸກລະດົມປະຕິບັດພັນທະ ແລະ ການມີສ່ວນຮ່ວມຂອງສັງຄົມ ເພື່ອໃຫ້ສັງຄົມໄດ້ຮັບຮູ້-ເຂົ້າໃຈ ແລະ ສະໝັກໃຈເຂົ້າຮ່ວມຫຼາຍກວ່າເກົ່າ.
ນອກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ກໍໄດ້ສືບຕໍ່ໄປກວດກາເບິ່ງສະໜາມກິລາລ້ານຊ້າງ (ສະໜາມກິລາໃນຮົ່ມ) ທີ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເພື່ອຕິດຕາມ ແລະ ຊຸກຍູ້ການກະກຽມຄວາມພ້ອມ ໃນການຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃນກໍລະນີທີ່ມີການແຜ່ລະບາດຫຼາຍ ຊຶ່ງສະຖານທີ່ນີ້ເປັນອີກໜຶ່ງສະຖານທີ່ ທີ່ມີຄວາມເໝາະສົມໃນການໝູນໃຊ້ເຂົ້າໃນວຽກງານດັ່ງກ່າວ ຫາກເກີດສະພາບທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນຫຼາຍ.
ຂ່າວ-ພາບ: ສຸກສະຫວັນ

