ເລີ່ມປ່ອຍຍຸງ ໂວບັກເຄຍ ເພື່ອຄວບຄຸມພະຍາດໄຂ້ຍຸງລາຍ ຢູ່ນະຄອນຫຼວງພະບາງ

ເລີ່ມປ່ອຍຍຸງ ໂວບັກເຄຍ ເພື່ອຄວບຄຸມພະຍາດໄຂ້ຍຸງລາຍ ຢູ່ນະຄອນຫຼວງພະບາງ

ພິທີປ່ອຍຍຸງໂວບັກເຄຍ ຂອງໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນຳໃຊ້ ຍຸງໂວບັກເຄຍ (Wolbachia) ເພື່ອກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໃນວັນທີ 11 ກໍລະກົດ 2026 ຜ່ານມານີ້ ທີ່ສວນອາຫານລາດແລງ ນະຄອນຫຼວງພະບາງ, ໂດຍການຮ່ວມມືລະຫວ່າງ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ອົງການ ຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ, ຊຶ່ງໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ແລະ ໂຄງການຄວບຄຸມປະຊາກອນຍຸງໂລກ.

ພິທີປ່ອຍຍຸງ ໂວບັກເຄຍ ດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ເມເກນ ຈອນ (Megan Jones) ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ, ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ  ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຄວບຄຸມການລະບາດໄຂ້ຍຸງລາຍ ໂດຍການປ່ອຍຍຸງທີ່ມີເຊື້ອຈຸລິນຊີ ໂວບັກເຄຍ ເພື່ອຊ່ວຍຢັບຢັ້ງການສົ່ງຕໍ່ເຊື້ອໄຂ້ຍຸງລາຍໃນໂຕຍຸງຊຶ່ງການປ່ອຍຍຸງທີ່ມີເຊື້ອຈຸລິນຊີ ໂວບັກເຄຍ ແມ່ນວິທີທີ່ເປັນທຳມະຊາດ, ເປັນວິທີການທີ່ຍືນຍົງ ຊຶ່ງໃຫ້ຜົນໄລຍະຍາວໃນ ການຄວບຄຸມການລະບາດຂອງໄຂ້ຍຸງລາຍ, ໄຂ້ຊິກ້າ, ໄຂ້ເຈັບຂໍ່ ແລະ ໄຂ້ເຫຼືອງ.

ປະຈຸບັນ ລັດຖະບານອົດສະຕຣາລີ ໄດ້ສະໜັບສະໜູນ ສປປ ລາວ ໃນການຕ້ານພະຍາດໄຂ້ຍຸງລາຍ ພາຍໃຕ້ໂຄງການຫຼຸດຜ່ອນການສົ່ງເຊື້ອໄຂ້ຍຸງລາຍ ໂດຍການນຳໃຊ້ ຍຸງ ໂວບັກເຄຍ ຢູ່ ສປປ ລາວ ຊຶ່ງ ຍຸງ ໂວບັກເຄຍ ບໍ່ສາມາດແຜ່ເຊື້ອພະຍາດໄຂ້ຍຸງລາຍ, ຊິກ້າ, ຊິກຸກັນຢາ. ເມື່ອຍຸງ ໂວບັກເຄຍ ຖືກປ່ອຍໃນຊຸມຊົນ ຍຸງຈະສືບພັນກັບຍຸງລາຍບ້ານ ແລະ ຈະຫຼຸດຜ່ອນການແຜ່ເຊື້ອພະຍາດໄດ້.

ພະຍາດໄຂ້ຍຸງລາຍ ເປັນບັນຫາທາງດ້ານສາທາລະນະສຸກ ແລະ ເປັນໄພຄຸກຄາມຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກ ເຊິ່ງມີການລະບາດ ແລະ ເສຍຊີວິດໃນແຕ່ລະປີ, ການລິເລີ່ມໂຄງການປ່ອຍຍຸງໂວບັກເຄຍ ແມ່ນນະວັດຕະກໍາ ໃໝ່ໃນການຄວບຄຸມໄຂ້ຍຸງລາຍ ທີ່ມີຜົນສໍາເລັດທີ່ດີໃນການຄວບຄຸມໄຂ້ຍຸງລາຍໃນຫຼາຍປະເທດ ແລະ ເປັນຄວາມຫວັງໃໝ່ ໃນການຄວບຄຸມພະຍາດໄຂ້ຍຸງລາຍຢ່າງມີປະສິດທິພາບ ຢູ່ ສປປ ລາວ.

ນັບແຕ່ຕົ້ນເດືອນມັງກອນ 2026 ຫາວັນທີ 8 ກໍລະກົດ 2026, ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມແລ້ວ 2,665 ກໍລະນີ, ໃນນັ້ນ ແຂວງ ເຊກອງ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍໄຂ້ຍຸງລາຍ 490 ກໍລະນີ, ຮອງລົງມາ ແຂວງອຸດົມໄຊ 334 ກໍລະນີ, ແຂວງຫຼວງນໍ້າທາ 320 ກໍລະນີ, ສ່ວນ ແຂວງຫຼວງພະບາງ  ມີ 88 ກໍລະນີ ແລະ ແຂວງຫົວພັນ ຍັງບໍ່ມີຜູ້ຕິດເຊື້ອຍຸງລາຍ ເທື່ອ, ໂດຍອີງຕາມການລາຍງານຂໍ້ມູນສູນຂ່າວສານການແພດສຸຂະສຶກສາ.

ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

Related Articles

Leave a Reply