ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ

ກວາດລ້າງແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ ກັກຕົວຜູ້ຖືກຫາໄດ້ 122 ຄົນ

ເຈົ້າໜ້າທີ່ສະເພາະກິດ ແກ້ໄຂບັນຫາສະແກມເມີ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງກວດຄົ້ນເຮືອນໃຫ້ເຊົ່າ 7 ຫຼັງ ຂອງ ບໍລິສັດ ຊີເອເອັມຊີອີ ອິນເວສເມັນ (ລາວ) ຈຳກັດ (ອາຊຽນ ວິນລາ) CAMCE INVESTMENT (LAO) CO.,LTC ເມື່ອມໍ່ໆມານີ້ ຕັ້ງຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຖືກຫາສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຫຼື ແກ້ງສະແກມເມີ ໄດ້ 122 ຄົນ ພ້ອມເຄື່ອງຂອງກາງໄດ້ຫຼາຍລາຍການ.

ເຮືອນຫຼັງທີ 1 ກັກຕົວຜູ້ຖືກຫາໄດ້ 14 ຄົນ ເປັນສັນຊາດຈີນ ທັງໝົດ ພ້ອມຢຶດເຄື່ອງຂອງກາງຄອມພິວເຕີ ໂນດບຸກ 14 ໜ່ວຍ, ໂທລະສັບມືຖື 56 ໜ່ວຍ, ໜັງສືຜ່ານແດນ 9 ຫົວ.

ເຮືອນຫຼັງທີ 2 ກັກຕົວ ໄດ້ 31 ຄົນ ຍິງ 9 ຄົນ ມີສັນຊາດບຣາຊິວ 26 ຄົນ ຍິງ 8 ຄົນ, ຈີນ 3 ຄົນ ຍິງ 1 ຄົນ, ອຸລູໄກວ 1 ຄົນ ແລະ ສັນຊາດປາກິດສະຖານ 1 ຄົນ; ພ້ອມຢຶດເຄື່ອງຂອງກາງຄອມພິວເຕີ ໂນດບຸກ 4 ໜ່ວຍ, ຄອມພິວເຕີຕັ້ງໂຕະ 10 ໜ່ວຍ, ໂທລະສັບມືຖື 97 ໜ່ວຍ, ໄອແພັດ 15 ໜ່ວຍ, ໜັງສືຜ່ານແດນ 6 ຫົວ, ຜົງສີຂາວຄ້າຍຄືຢາເສບຕິດ 3 ຖົງນ້ອຍ.

ເຮືອນຫຼັງທີ 3 ກັກຕົວ ໄດ້ 19 ຄົນ ຍິງ 5 ຄົນ, ສັນຊາດມາເລເຊຍ ທັງໝົດ; ພ້ອມຢຶດເຄື່ອງຂອງກາງ ຄອມພິວເຕີ ໂນດບຸກ 4 ໜ່ວຍ, ແລບທ໋ອບ 1 ເຄື່ອງ, ໂທລະສັບມືຖື ຈໍານວນ 24 ໜ່ວຍ, ໜັງສືເດີນທາງ 19 ຫົວ, ລົດໃຫຍ່ 2 ຄັນ ຄື: ລົດໄຟຟ້າ ຍີ່ຫໍ້ອໍດີສີເທົາ ບໍ່ມີໝາຍເລກທະບຽນ ແລະ ລົດຕູ້ສະຕາແລັກ ສີຂາວ 1 ຄັນ ໝາຍເລກທະບຽນ ກນ 3436 ນະຄອນຫຼວງວຽງຈັນ (ປ້າຍສີຂາວ), ຢາສູບໄຟຟ້າ 13 ອັນ.

ເຮືອນຫຼັງທີ 4 ກັກຕົວ ໄດ້ 6 ຄົນ, ສັນຊາດຈີນ 5 ຄົນ ແລະ ສັນຊາດມຽນມາ 1 ຄົນ; ພ້ອມຢຶດເຄື່ອງຂອງກາງ ຄອມພິວເຕີ ໂນດບຸກ 1 ໜ່ວຍ, ຄອມພິວເຕີຕັ້ງໂຕະ 13 ໜ່ວຍ, ໂທລະສັບມືຖື ຈຳນວນ 41 ໜ່ວຍ.

ເຮືອນຫຼັງທີ 5 ກັກຕົວ ໄດ້ 34 ຄົນ ຍິງ 3 ຄົນ, ສັນຊາດຈີນທັງໝົດ; ພ້ອມຢຶດຄອມພິວເຕີ ໂນດບຸກ 5 ໜ່ວຍ, ຄອມພິວເຕີຕັ້ງໂຕະ 35 ໜ່ວຍ, ໂທລະສັບມືຖື 154 ໜ່ວຍ, ໜັງສືຜ່ານແດນ 17 ຫົວ, ລົດກະບະຣີໂວ້ສີຂາວ ໝາຍເລກທະບຽນ ກຈ 7831 ຈຳປາສັກ.

ເຮືອນຫຼັງທີ 6 ກັກຕົວ ໄດ້ 11 ຄົນ ຍິງ 1 ຄົນ ສັນຊາດ ມາເລເຊຍ ທັງໝົດ; ພ້ອມຢຶດເຄື່ອງຂອງກາງ ຄອມພິວເຕີໂນດບຸກ 1 ໜ່ວຍ, ໂທລະສັບມືຖື 14 ໜ່ວຍ.

ເຮືອນຫຼັງທີ 7 ກັກຕົວຜູ້ຖືກຫາ ໄດ້ 6 ຄົນ ຍິງ 1 ຄົນ, ສັນຊາດ ຈີນທັງໝົດ; ພ້ອມຢຶດເຄື່ອງຂອງກາງຄອມພິວເຕີ ໂນດບຸກ 6 ໜ່ວຍ,ໄອແພັດ 2 ໜ່ວຍ, ໂທລະສັບມືຖື 21 ໜ່ວຍ, ຢາສູບໄຟຟ້າ 2 ອັນ, ໜັງສືຜ່ານແດນ 9 ຫົວ.

ນອກນີ້ ຍັງໄດ້ກັກຕົວຜູ້ມາພົວພັນຂໍປະກັນຕົວ ຈໍານວນ 1 ຄົນ ສັນຊາດຈີນ ຢຶດລົດໃຫຍ່ 1 ຄັນ ຍິຫໍ້ ເບັ້ນ (Ben) ສີດໍາ ໝາຍເລກທະບຽນ ກກ 6661 ຫຼວງພະບາງ.

ປັດຈຸບັນ, ເຈົ້າໜ້າທີ່ກຳລັງດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກງຂະບວນການມາດໍາເນີນຄະດີ ແລະ ປະຕິບັດຕາມມາດຕະການທາງກົດໝາຍຢ່າງເຂັ້ມງວດ.

ພາບ-ຂ່າວ: ຄໍາໂຖ

 

Related Articles

Leave a Reply