ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ມອບ ຜູ້ກະທຳຜິດກົດໝາຍຊາວຈີນ 95 ຄົນ,ໃນນີ້ຜູ້ຖືກຫາຄະດີສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ( ແກ້ງສະແກມເມີ ) ຈໍານວນ 92 ຄົນ ແລະ ຜູ້ຖືກຫາຂໍ້ຫາເຂົ້າເມືອງຜິດກົດໝາຍ ຈໍານວນ 3 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ນຳຕົວໄປດຳເນີນຄະດີ.
ການສົ່ງຕົວຜູ້ກະທໍາຜິດດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ຢູ່ທີ່ດ່ານສາກົນບໍ່ເຕນ ( ສປປ ລາວ ) – ບໍ່ຫ່ານ ( ສປ ຈີນ ) ຕາງໜ້າຝ່າຍລາວມີ ພັທ ສອນເພັດ ຟອງສະໝຸດ ຫົວໜ້າພະແນກກວດຄົນເຂົ້າ-ອອກ ເມືອງ ( ຕມ ) ທ່ານ ພັຕ ສີສະຫວາດ ໄຊຍະແສງ ຮອງຫົວໜ້າພະແນກ ຕໍາຫຼວດ ຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.
ຂ່າວ: ປກສ ແຂວງບໍ່ແກ້ວ

