Vientiane Times Lao
ລາວສາມາດສັກວັກຊີນປ້ອງກັນພະຍາດໂຄວິດ-19 ສໍາລັບເຂັມທີ 1 ໄດ້ແລ້ວ 657.955 ໂດສ  ແລະ ເຂັມທີ 2 ສັກໄດ້ 214.155 ໂດສ

ລາວສາມາດສັກວັກຊີນປ້ອງກັນພະຍາດໂຄວິດ-19 ສໍາລັບເຂັມທີ 1 ໄດ້ແລ້ວ 657.955 ໂດສ  ແລະ ເຂັມທີ 2 ສັກໄດ້ 214.155 ໂດສ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ເມື່ອວັນທີ 30 ພຶດສະພາ 2021 ທີ່ຜ່ານມາວ່າ: ປະຈຸບັນນີ້, ໄດ້ມີການສັກຢາວັກຊິນປ້ອງກັນພະຍາດ ໂຄວິດ-19 ຮອບທີ 2 ໃນສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວປະເທດ, ຊຶ່ງຖ້າກຸ່ມສ່ຽງ ຫາກໄດ້ຮັບວັກຊິນຄົບ ທັງສອງເຂັມກໍ່ຈະເຮັດໃຫ້ ທ່າອ່ຽງຂອງການລະບາດຢູ່ບ້ານເຮົານີ້ ບໍ່ສາມາດແຜ່ລາມໄປໄດ້, ດັ່ງທີ່ພວກເຮົາເຫັນຫຼາຍປະເທດ ທີ່ມີອັດຕາການສັກວັກຊິນສູງ ເລີ່ມຜ່ອນຜັນບັນດາມາດຕະການໃນສັງຄົມ ຕະຫຼອດຮອດການເດີນທາງ. ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊິນ ຫຼື ບໍ່ເປັນກຸ່ມສ່ຽງ, ພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ ກະຊວງສາທາລະນະສຸກ ຈັດຫາວັກຊິນ ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ຢ່າງໝ້ອຍ 50%ຂື້ນໄປ. ຮອດປະຈຸບັນນີ້ ພວກເຮົາສາມາດສັກໄດ້ ເຂັມທີ 1 ແມ່ນ 657.955 ໂດສ ແລະ ເຂັມທີ 2 ສັກໄດ້ 214.155 ໂດສ, ເຊິ່ງໃນນັ້ນ ກຸ່ມສ່ຽງບໍ່ວ່າຈະເປັນແພດໝໍ ຫຼື ພະນັກງານ ຈາກຂະເເໜງການຕ່າງໆ ກໍ່ໄດ້ຮັບວັກຊິນ ປ້ອງກັນໂດຍສ່ວນໃຫຍ່ ແລະ ຜົນດີ ພວກເຮົາເຫັນວ່າ ການຕິດເຊື້ອ ໃໝ່ ແມ່ນມີຈຳນວນຫຼຸດລົງຈາກຕົວເລກທີ່ທາງທີມງານວິຊາການເຮົາໄດ້ຄາດຄະເນໄວ້ສໍາລັບການລະບາດຮອບສອງໃນຄັ້ງນີ້. ແຕ່ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ບໍ່ຄວນຈະດີໃຈເກີນເຫດ ກັບການລາຍງານຈໍານວນຜູ້ຕິດເຊື້ອໃໝ່ທີ່ຫຼຸດລົງໃນແຕ່ລະວັນ ເພາະປະເທດຂອງພວກເຮົາຍັງບໍ່ທັນສາມາດຢຸດຢັ້ງວົງຈອນຂອງການແຜ່ເຊື້ອໃນຄັ້ງນີ້ໄດ້ເທື່ອ.

 ທ່ານ ດຣ ຣັດຕະນະໄຊ ໃຫ້ຮູ້ຕື່ມວ່າ: ປະຊາຊົນລາວຍັງມີຄວາມຈໍາເປັນທີ່ຈະຕ້ອງປະຕິບັດວິຖີຊິວິດໃໝ່ ເຊັ່ນ: ການໃສ່ຜ້າອັດປາກ-ດັງ, ການໝັ່ນລ້າງມື ດ້ວຍເຈວ ແລະ ເຫຼົ້າ 70 ເລື້ອຍໆ, ການຮັກສາໄລຍະຫ່າງໃນສັງຄົມ ແລະ ຫຼີກລ່ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ຊຸມຊົນແອອັດ, ການເຮັດວຽກຢູ່ບ້ານ ຫຼື ແບ່ງກັນປະຈໍາການ, ການຊື້ອາຫານກັບບ້ານ, ການສັ່ງຊື້ເຄື່ອງອອນລາຍ, ການງົດໄປຢ້ຽມຢາມຜູ້ສູງອາຍຸ.

Related Articles

Leave a Reply