ສະຫະພັນລົດຖີບແຫ່ງຊາດລາວ ໂດຍການອະນຸຍາດ ແລະ ຮັບຮອງການແຂ່ງຂັນ ໂດຍສະຫະພັນລົດຖີບສາກົນ (UCI) ຈະໄດ້ຈັດການແຂ່ງຂັນກິລາລົດຖີບທົ່ວປະເທດ ປະຈໍາປີ 2026 ຫຼື “Lao National Cycling Championships 2026” ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 27-28 ມິຖຸນາ 2026 ຊຶ່ງຈະມີການເກັບຄະແນນສະສົມຂອງ ສະຫະພັນລົດຖີບສາກົນ ເພື່ອກຽມເຂົ້າຮ່ວມການແຂ່ງຂັນລະດັບສາກົນ ກໍຄື ຊີງແຊ໋ມໂລກ.
ການແຂ່ງຂັນລາຍການນີ້ ຈະມີການຊີງໄຊທັງໝົດ 8 ລາຍການ ປະກອບມີ ຮຸ່ນເຍົາວະຊົນຊາຍ (Men Junior), ປະເພດຈັບເວລາ (Time trial), ປະເພດທາງໄກ (Mass start), ຮຸ່ນທົ່ວໄປຊາຍ (Men Elite), ປະເພດຈັບເວລາ (Time trial) ແລະ ປະເພດທາງໄກ (Mass start) ຊຶ່ງການແຂ່ງຂັນ ເນັ້ນໃສ່ເພື່ອເປັນການສົ່ງເສີມການພັດທະນາກິ ລາລົດຖີບລາວ ໃຫ້ມີລະດັບສູງຂຶ້ນ ທຽບເທົ່າກັບພາກພື້ນ ແລະ ສາກົນ ແນໃສ່ຈັດອັນດັບນັກກິລາລົດຖີບລາວ ໃນຂອບເຂດທົ່ວປະເທດ ຕາມມາດຖານຂອງສະຫະພັນລົດຖີບສາກົນ.
ນອກຈາກນັ້ນ ຍັງຈະມີການແຂ່ງຂັນປະເພດຍິງ ແລະ ປະເພດເສືອໝອບຮຸ່ນອາວຸໂສ ຕື່ມອີກ. ຫາກພາກສ່ວນໃດມີຄວາມສົນໃຈ ຈະຮ່ວມແຂ່ງຂັນ ເພື່ອສົ່ງເສີມການພັດທະນານັກກິລາໄປນຳກັນ ກໍສາມາດຕິດຕໍ່ພົວພັນ ເພື່ອລົງທະບຽນຮ່ວມແຂ່ງຂັນໄດ້ທີ່ເບີໂທ 020 55777333 ໄດ້ທຸກເວລານັບແຕ່ມື້ນີ້ ເປັນຕົ້ນໄປ.
ທີ່ມາ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ

