ດຣ ຄໍາໄຫຼ ສັນຕິພູມ ຫົວໜ້າພະແນກສາທາລະນະສຸກ ແຂວງ ເຊກອງ, ຮອງຫົວໜ້າຄະນະສະເພາະກິດຂັ້ນແຂວງ ໄດ້ຖະແຫຼງຂ່າວກ່ຽວກັບການເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເມື່ອວັນທີ 1 ມິຖຸນາ ຜ່ານມານີ້ ທີ່ພະແນກສາທາລະນະສຸກແຂວງ ຊຶ່ງທ່ານໄດ້ກ່າວໃຫ້ຮູ້ວ່າ: ແຂວງ ເຊກອງ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຊີໂນຟາມ ຄັ້ງທີ1 ຈໍານວນ 4.000 ໂດສ໌, ຄັ້ງທີ2 ຈໍານວນ 8.000 ໂດສ໌ ລວມທັງໝົດ 12.000 ໂດສ໌ ແລະ ໄດ້ແບ່ງອອກເປັນ 5 ຈຸດສັກວັກຊິນໃນທົ່ວແຂວງ, ຊຶ່ງມາຮອດປະຈຸບັນ ແຂວງເຊກອງ ໄດ້ ສັກເຂັມທີ1 ແລ້ວ 5.704 ໂດສ ແລະ ເຂັມທີ2 ສັກໄດ້ 3.078 ໂດສ.
ດຣ ຄໍາໄຫຼ ສັນຕິພູມ ຍັງໄດ້ກ່າວອີກວ່າ: ປະຊາຊົນຜູ້ທີ່ບໍ່ທັນໄດ້ຮັບວັກຊີນ ແມ່ນໃຫ້ລໍຖ້າຮັບວັກຊີນໃນຄັ້ງຕໍ່ໄປ, ປະຈຸບັນທາງຄະນະສະເພາະກິດຂັ້ນແຂວງໄດ້ເຮັດໜັງສືສະເໜີຫາຄະນະສະເພາະກິດຂັ້ນສູນກາງ ເພື່ອຂໍການຊ່ວຍເຫຼືອວັກຊີນ, ສໍາລັບຜູ້ທີ່ໄດ້ຮັບການສັກວັກຊິນເຂັມທີ1 ແລ້ວ ໃຫ້ສືບຕໍ່ໄປຮັບວັກຊິນເຂັມທີ 2 ເພື່ອເຮັດໃຫ້ການສັກວັກຊິນປ້ອງກັນໂຄວິດ-19 ບັນລຸຕາມເປົ້າໝາຍ.
ພ້ອມກັນນັ້ນ ແຂວງ ເຊກອງ ຍັງຕ້ອງໄດ້ສືບຕໍ່ປະຕິບັດຕາມມາດຕະການ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ອັນສໍາຄັນຕ້ອງຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ ເວລາອອກຈາກເຮືອນ, ເອົາໃຈໃສ່ວັດແທກອຸນຫະພູມ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມືຢ່າງເປັນປົກກະຕິ.
ຂ່າວ: ເຊກອງ
ຮູບ: ປະກອບ