ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ເມື່ອວັນທີ 3 ມິຖຸນາ 2021 ນີ້ວ່າ: ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 9 ຄົນໃນຂອບເຂດທົ່ວປະເທດ , ຜູ້ຕິດເຊື້ອໃໝ່ດັ່ງກ່າວ ແມ່ນຢູ່ ນະຄອນຫຼວງວຽງຈັນ 6 ຄົນທີ່ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ, ແຂວງຈໍາປາສັກ 2 ຄົນ ເປັນແຮງງານລາວທີ່ກັບ ຄືນມາ ປະເທດ ແລະ ແຂວງສະຫວັນນະເຂດ 1 ຄົນ ເປັນແຮງງານລາວທີ່ກັບຄືນມາປະເທດ ເຊັ່ນກັນ.
ຮອດປັດຈຸນັນນີ້, ລາວພົບຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ແລ້ວ 1.943 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 1.668 ຄົນ ຍັງນອນປິ່ນປົວຢູ່ 275 ຄົນ ແລະ ເສຍຊີວິດ 3 ຄົນ.
