ມູນນິທິເຟຼດໂຮໂລປະຈໍາ ສ ປປ ລາວ ໄດ້ມອບເຄື່ອງອຸປະກອນການແພດໃຫ້ໂຮງໝໍແຂວງບໍ່ແກ້ວປະກອບມີ: ເຈວລ້າງມື 400 ກ່ອງ, ເຄື່ອງວັດແທດອຸນຫະພູມ 65 ເຄື່ອງ, ຜ້າອັດປາກ – ອັດດັງທຳມະດາ 500 ກັບ, ຜ້າອັດປາກ – ອັດດັງລຸ້ນ No 9,5 ຈຳນວນ150 ອັນ, ຊຸດປ້ອງກັນ PPE 265 ຊຸດ ,ຖົງອະເຊື້ອ 20 ກັບ, ໝວກເຈັບ 100 ກັບ, ໜ້າກາກກັນລະອອງ 150 ອັນ, ເຄື່ອງວັດແທກອົກຊີແຊນ 20 ອັນ, ຕຽງນອນ 4 ຊຸດ ລວມມູນຄ່າທັງໝົດ 106 ລ້ານ 4 ແສນກີບ ໂດຍມີພິທີມອບຮັບເມື່ອວັນທີ 4 ມິຖຸນາ 2021 ທີ່ຜ່ານມາ ທີ່ໂຮງໝໍແຂວງບໍ່ແກ້ວ, ກ່າວມອບໂດຍ ທ່ານ ດຣ ສົມໃຈ ເຮືອງວິໄລ ຫົວໜ້າໜ່ວຍງານຕາໂຮງໝໍແຂວງບໍ່ແກ້ວ ຕາງໜ້າໃຫ້ມູນນິທິເຟຼດໂຮໂລປະຈໍາ ສປປ ລາວ, ກ່າວຮັບໂດຍ ທ່ານ ດຣ ບຸນຍາເວດ ວົງຄຳຊາວ ຫົວໜ້າພະແນກສະທາລະນະສຸກແຂວງ,ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ໂດຍຊ້ອງໜ້າພາກສ່ວນກ່ຽວຂ້ອງທີ່ເຂົ້າຮ່ວມເປັນສັກຂີພິຍານ.
ເຄື່ອງທີ່ນໍາມາມອບ ແມ່ນຈະນໍາໄປໝູນໃຊ້ເຂົ້າໃນ ການສະກັດກັ້ນຕ້ານພະຍາດໂຄວິດ-19 ຢູ່ແຂວງ ບໍ່ແກ້ວ ໃຫ້ເກີດຜົນປະໂຫຍດສູງສຸດ. ພ້ອມນັ້ນຍັງໄດ້ມີການມອບໃບຍ້ອງຍໍຂອງທ່ານເຈົ້າແຂວງແຂວງບໍ່ແກ້ວ ໃຫ້ແກ່ມູນນິທິເຟຼດໂຮໂລປະຈໍາ ສປປ ລາວ ນຳອີກ.
ຂ່າວ-ພາບ: ຄໍາພັນ ແກ້ວມະນີ