Vientiane Times Lao
ກຸ່ມເປົ້າໝາຍບຸລິມະສິດຜູ້ມີອາຍຸ 60 ປີຂຶ້ນໄປ ແລະ ຜູ້ມີພະຍາດປະຈໍາຕົວຈະ​ໄດ້ສັກຢາວັກຊີນເຂັມທີ 1 ຊະນິດ Pfizer ໃນ​ກາງ​ເດືອນນີ້

ກຸ່ມເປົ້າໝາຍບຸລິມະສິດຜູ້ມີອາຍຸ 60 ປີຂຶ້ນໄປ ແລະ ຜູ້ມີພະຍາດປະຈໍາຕົວຈະ​ໄດ້ສັກຢາວັກຊີນເຂັມທີ 1 ຊະນິດ Pfizer ໃນ​ກາງ​ເດືອນນີ້

ຄະ​ນະ​ສະ​ເພາະ​ກິດ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ນະ​ຄອນ​ຫຼວງວຽງ​ຈັນ​ໃຫ້​ຮູ້​ວ່າ: ຈະ​ເລີ່ມສັກຢາວັກຊີນຕ້ານ​ພະ​ຍາດ​ໂຄວິດ-19 ເຂັມທີ 1 ຊະນິດວັກຊີນຟາຍເຊີ (Pfizer BioNTech) ຢູ່ ນະຄອນ ຫຼວງວຽງຈັນ (ນວ) ເລີ່ມແຕ່​ວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ ຊຶ່ງ​ຈະ​ສັກ​ໃຫ້ ກຸ່ມເປົ້າ ໝາຍບຸລິມະສິດທີ່​ມີອາຍຸ 60 ປີຂຶ້ນໄປ ແລະ ຜູ້ມີພະຍາດປະຈໍາຕົວເສຍກ່ອນ ແລະ ຈະ​ສືບ​ຕໍ່​ສັກ​ໃຫ້​ກຸ່ມ​ບູ​ລິ​ມະ​ສິດ​ອື່ນໆ​ຕາມ​ພາຍຫຼັງ.
ວັກຊີນຟາຍເຊີ ເປັນວັກຊີນກັນພະຍາດໂຄວິດ-19 ຊຸດໃໝ່ຈາກໂຄງການການຮ່ວມມືເພື່ອວັກ ຊີນກັນພະຍາດໂຄວິດ-19 (COVAX Facility) ຈຳນວນ 100.620 ໂດສ ໄດ້​ມາ​ຮອດ ລາວ​ເມື່ອ​ວັນ​ທີ 2 ມິຖຸນາ 2021 ທີ່​ຜ່ານ​ມາຊຶ່ງວັກ​ຊີນ​ຊະ​ນິດ​ດັ່ງ​ກ່າວ​ນີ້ຈະ​ສັກ​ໃຫ້​ສະ​ເພາະ 3 ກຸ່ມຄື: ກຸ່ມຜູ້ມີອາຍຸ 60 ປີ ຂື້ນໄປ ແລະ ຜູ້​ທີ່​ມີ​ພະ​ຍາດ​ປະ​ຈຳ​ຕົວ, ຜູ້ທີ່ມີພະຍາດປະຈຳຕົວອາ​ຍຸ 18 ປີ ຂຶ້ນໄປ ແລະ ກຸ່ມ ພະນັກງານແພດ ຫຼື ພະນັກງານດ່ານໜ້າ ທີ່ຍັງ​ບໍ່​ທັນ​ໄດ້ສັກວັກຊີນ.
ວັກ​ຊີນຟາຍ​ເຊີເປັນ​ວັກ​ຊີນ​ທີ່​ບໍ່​ສາ​ມາດ​ສັກ​ປົນ​ກັບ​ວັກ​ຊີນ​ຊະ​ນິດ​ອື່ນ​ໄດ້, ດັ່ງ​​ນັ້ນ​ 3 ກຸ່ມບູ​ລິ​ມະ​ສິດ​ດັ່ງ​ກ່າວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່​ເຄີຍ​ສັກ​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ໃດ​ໜຶ່ງ​ມາ​ກ່ອນ.  

Related Articles

Leave a Reply