Vientiane Times Lao
ມື້ນີ້ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ອີກ 5 ຄົນ

ມື້ນີ້ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ອີກ 5 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19

ໄດ້ແຈ້ງໃຫ້ຮູ້ເມື່ອວັນທີ 7 ມິຖຸນາ 2021 ນີ້ ວ່າ: ເມື່ອວັນທີ 7 ມິຖຸນາ 2021 ນີ້ ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 5 ຄົນໃນຂອບເຂດ ທົ່ວປະເທດ ຈາກຜູ້ເຂົ້າເກັບ ຕົວຢ່າງກວດຫາເຊື້ອທັງໝົດ 1.873 ຕົວຢ່າງ ເມື່ອວັນທີ 6 ມິຖຸນາ 2021 ທີ່ຜ່ານມາ, ຜູ້ຕິດເຊື້ອໃໝ່ດັ່ງກ່າວ ແມ່ນພົບຢູ່ ນະຄອນຫຼວງວຽງຈັນ 1 ຄົນ (ຕິດເຊື້ອຈາກຜູ້ສໍາ ຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ), ແຂວງສະຫວັນນະເຂດ 3 ຄົນ (ແຮງງານລາວທີ່ກັບຄືນມາປະເທດ) ແລະ ແຂວງຈໍາປາສັກ 1 ຄົນ (ແຮງງານລາວທີ່ກັບຄືນມາປະເທດ).

ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ຮອດປັດຈຸບັນ, ຈຳນວນຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ມີ 1.968 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 1.720 ຄົນ ຍັງນອນປິ່ນປົວ 239 ຄົນ ແລະ ກໍາລັງຈະເຂົ້າມາປິ່ນປົວໃໝ່ອີກ 6 ຄົນ, ເສຍຊີວິດ 3 ຄົນ; ລາວຍັງໃຊ້ສູນຈໍາກັດບໍລິເວນ 56 ສູນໃນຂອບເຂດທົ່ວປະເທດໂດຍ ມີຜູ້ຈໍາກັດບໍລິເວນທັງໝົດ 3.764 ຄົນ. ສະເພາະບ້ານເຂດແດງຢູ່ນະຄອນຫຼວງວຽງງຈັນ ມີ 25 ບ້ານທີ່ນອນຢູ່ໃນ 7 ເມືອງ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply