ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງໃຫ້ຮູ້ວ່າ: ທົ່ວທຸກພາກຂອງປະເທດຝົນຍັງຈະສືບຕໍ່ຕົກໄປຮອດວັນທີ 11 ມິຖຸນາ 2021 ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມດ້ວຍຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຍ້ອນຮ່ອງຄວາມກົດດັນອາກາດຕໍ່າໄດ້ພັດຜ່ານເຂດພາກເໜືອລົງຫາພາກກາງ ແລະ ພາກໃຕ້ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງແຮງ.
ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງໃຫ້ຮູ້ຕື່ມວ່າ: ຕໍ່ກັບສະພາບອາກາດດັ່ງກ່າວ ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າຢູ່ທົ່ວທຸກພາກ ຫຼື ທົ່ວທຸກແຂວງ ລວມທັງນະຄອນຫຼວງວຽງຈັນຈົ່ງມີສະຕິລະວັງຕົວຕໍ່ສະພາບອາກາດດັ່ງກ່າວທີ່ອາດ ຈະເຮັດໃຫ້ຕົ້ນໄມ້ຫັກໂຄ່ນ, ດິນເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊູ.
ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະນີ້.
