Vientiane Times Lao
ແຂວງ ບໍລິຄໍາໄຊ ຍົກເລີກການອອກໃບອະນຸຍາດ ການເດີນທາງເຂົ້າ-ອອກ ແຂວງ

ແຂວງ ບໍລິຄໍາໄຊ ຍົກເລີກການອອກໃບອະນຸຍາດ ການເດີນທາງເຂົ້າ-ອອກ ແຂວງ

ຫ້ອງວ່າການແຂວງບໍລິຄໍາໄຊ ໄດ້ອອກແຈ້ງການ ເມື່ອ​ວັນ​ທີ 8 ມິ​ຖຸ​ນາ 2021 ຜ່ານມານີ້ ເຖິງບັນດາທ່ານ ທີ່ຕ້ອງການ ເດີນທາງເຂົ້າ-ອອກ ແຂວງຕໍ່ແຂວງ ຊາບວ່າ: ການເດີນທາງທົ່ວໄປ, ການບໍລິການຂົນສົ່ງທາງບົກ ແລະ ການຂົນສົ່ງສິນຄ້າໄປຕ່າງເມືອງ ແລະ ຕ່າງແຂວງ ທີ່ບໍ່ມີການລະບາດພະຍາດໂຄວິດ-19 ໃນຊຸມຊົນ ແມ່ນສາມາດດຳເນີນການ ແລະ ເດີນທາງໄດ້ປົກກະຕິ ໂດຍບໍ່ຈຳເປັນຕ້ອງຂໍອະນຸຍາດໃນການເດີນທາງ.
ໃນນັ້ນ ຖ້າບຸກຄົນໃດທີ່ຕ້ອງເດີນທາງໄປເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການກຳນົດຂອງຄະນະສະເພາະກິດຂັ້ນສູນກາງ ແລະ ລະບຸໄວ້ໃນແຈ້ງການຂອງກະຊວງສາທາລະນະສຸກເລກທີ 0488/ສທ, ລົງວັນທີ 20 ພຶດສະພາ 2021 ທີ່ມີຄວາມຈຳເປັນເຊັ່ນ: ໄປປະຕິບັດໂຄງການ, ຂົນສົ່ງສິນຄ້າ, ການຂົນສົ່ງສະບຽງອາຫານ, ໄປໂຮງໝໍ, ໄປຮັບວັກຊິນ, ຜູ້ທີ່ມີພູມລຳເນົາ ຫຼື ເຮັດວຽກປະຈຳຢູ່ນະຄອນຫຼວງ ຕ້ອງໄດ້ຮັບການອະນຸຍາດຈາກເມືອງທີ່ຜູ້ກ່ຽວອາໄສ ຫຼື ກົມກອງທີ່ຕົນສັງກັດຢູ່. ບຸກຄົນໃດທີ່ເດີນທາງໃນເຂດ ທີ່ມີຜູ້ຕິດເຊື້ອ(ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ທີ່ບໍ່ໄດ້ສັກຢາວັກຊິນຄົບສອງເຂັມຕ້ອງໄດ້ ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ຕ້ອງຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ.

Related Articles

Leave a Reply