ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ການຢາວັກຊິນ Pfizer ທີ່ໄດ້ຮັບ ຈາກ COVAX facility ຈໍານວນ 100.620 ໂດສ (ລວມເຂັມ1 ແລະ ເຂັມ2) ຈະສາມາດສັກໃຫ້ 50.310 ຄົນ ທີ່ນອນຢູ່ໃນ 3 ກຸ່ມບູລິມະສິດ ໂດຍຄະນະສະເພາະກິດເຫັນດີທີ່ຈະສັກໃຫ້ແກ່ປະຊາຊົນສະເພາະຢູ່ໃນນະຄອນຫຼວງວຽງຈັນ ຍ້ອນວ່າວັກຊິນຊະນິດດັ່ງກ່າວມີຈໍານວນຈໍາກັດ ຈຶ່ງບໍ່ສາມາດສະໜອງໃຫ້ໄດ້ທຸກໆແຂວງໃນຂອບເຂດທົ່ວປະເທດ ແລະ ລະບົບການເກັບຄວາມເຢັນໃນແຕ່ລະແຂວງ ແມ່ນຍັງບໍ່ມີຄວາມພ້ອມ ຊຶ່ງລະບົບຄວາມເຢັນຕ້ອງໄດ້ເກັບຮັກສາໄວ້ໃນ ລະບົບຄວາມເຢັນ -80 ອົງສາ C.
ຄະນະສະເພາະກິດໃຫ້ຮູ້ຕຶ່ມອີກວ່າ: ເຖິງແມ່ນວ່າຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດຈະຫຼຸດລົງກໍ່ຕາມແຕ່ຍັງພົບຜູ້ຕິດເຊື້ອລາຍວັນຊຶ່ງຈຳນວນຜູ້ຕິດເຊື້ອຍັງມີການຕິດເຊື້ອໃນຊຸມຊົນໂດຍສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ຊຶ່ງໝາຍຄວາມວ່າຍັງບໍ່ສາມາດໄວ້ວາງໃຈໄດ້ວ່າພະຍາດດັ່ງກ່າວຈະບໍ່ມີການແຜ່ລະບາດຮອບໃໝ່ ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ທຸກຊັ້ນຄົນຈົ່ງພ້ອມກັນປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ທີ່ໄດ້ອອກແຈ້ງການໃໝ່ສະບັບເລກທີ 595/ຫສນຍ ລົງວັນທີ 4 ມິຖຸນາ 2021, ກ່ຽວກັບການ ສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນ ສປປລາວ ຊຶ່ງເປັນໄລຍະທີ 4 ຈົນເຖິງວັນທີ 19 ມີຖຸນາ 2021 ແລະ ຍັງສືບຕໍ່ປະຕິບັດມາດຕະການ ຕາມຄຳສັ່ງເລກທີ 15/ນຍ.
