ລັດຖະບານຍີ່ປຸ່ນໄດ້ຊ່ວຍເຫຼືອຊຸດ PPEs ເພື່ອປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ຊຶ່ງປະກອບມີ ຊຸດປ້ອງກັນ 20.000 ຊຸດ, ໜ້າກາກໜາພິເສດ 8.000 ອັນ, ແວ່ນຕາປ້ອງກັນ 1.250 ຊຸດ ແລະ ຖົງມືການແພດ 50.000 ຄູ່ ທີ່ຈັດຊື້ຈາກມູນນິທິອາຊີ-ເອີຣົບ ເຊີ່ງໃຫ້ທຶນໂດຍລັດຖະບານຍີ່ປຸ່ນ ແລະ ໄດ້ຖືກສົ່ງມາຈາກປະເທດສິງກະໂປມາເຖິງນະ ຄອນຫຼວງວຽງຈັນ ໂດຍຜ່ານການປະສານງານກັບອົງການອະນາໄມໂລກປະຈຳ ຫ້ອງການ ປາຊີຟິກຕາເວັນຕົກ.
ພິທີມອບ-ຮັບຊຸດດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 9 ມິຖຸນາ 2021 ທີ່ຜ່ານມາ ຢູ່ ກະຊວງສາທາລະນະສຸກ, ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ ໄດ້ຕາງໜ້າໃຫ້ແກ່ລັດຖະບານຍີ່ປຸ່ນ ກ່າວມອບ ແລະ ກ່າວຮັບໂດຍທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ດຣ. ມາກ ເຈຄອບ ຫົວໜ້າອົງການອະນາໄມໂລກປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂໍ້ມູນ-ພາບ: ສູນຂ່າວສານການແພດສຸຂະສຶກສາ