ທ່ານ ສອນໄຊ ອຸດົມ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວແຂວງ ກ່ຽວ ກັບສະພາບການພັດທະນາຊົນລະປະທານ ໃນປີ 2021 ວ່າ: ແຂວງຫຼວງນໍ້າທາໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ (ADB) ມຸນຄ່າ 33, 54 ຕື້ກີບ ເພຶ່ອກໍ່ສ້າງ ແລະ ສ້ອມແປງຊົນລະປະທານ ເຊັ່ນ:
ໂຄງການກໍ່ສ້າງຊົນລະປະທານນໍ້າລື-ນໍ້າຈ້າງ ເມືອງຫຼວງນໍ້າທາ ມີມຸນຄ່າ 11, 55 ຕື້ກີບ, ໄດ້ສໍາເລັດແລ້ວ 76 %, ຄາດວ່າຈະໃຫ້ສໍາເລັດໃນ ທ້າຍເດືອນ ກໍລະກົດ 2021 ນີ້ ແລະ ຈະສາມາດສະໜອງນໍ້າເຂົ້ານາໄດ້ 475 ເຮັກຕາ.
ໂຄງການ ກໍ່ສ້າງຊົນລະປະທານນໍ້າສະ ເມືອງລອງ ມີມຸນຄ່າ 6, 29 ຕື້ກີບ, ປະຕິບັດໄດ້ແລ້ວ 97%, ຄາດວ່າຈະໃຫ້ສໍາເລັດໃນ ທ້າຍເດືອນ ມີຖຸນາ 2021 ນີ້ ແລະ ຈະສາມາດສະໜອງນໍ້າເຂົ້ານາໄດ້ 238 ເຮັກຕາ,
ໂຄງການ ຊົນລະປະທານນໍ້າມະ ເມືອງລອງ ມີມຸນຄ່າປະມານ 6,7 ຕື້ກີບ, ປະຕິບັດໄດ້ແລ້ວ 33%, ຄາດວ່າກາງປີ 2022 ຈຶ່ງຈະສໍາເລັດ ແລະ ຈະສາມາດສະໜອງນໍ້າເຂົ້ານາໄດ້ 360 ເຮັກຕາ ແລະ ໂຄງການ ຊົນລະປະທານນໍ້າຫຍ້າ 2 ເມືອງສິງ ມີມຸນຄ່າ 9 ຕື້ກີບ, ປະຕິບັດໄດ້ແລ້ວ 26%, ຄາດວ່າກາງປີ 2022 ຈຶ່ງຈະສໍາເລັດ ແລະ ຈະສາມາດສະໜອງນໍ້າເຂົ້ານາໄດ້ 625 ເຮັກຕາ.
ຂໍ້ມູນຂ່າວ: ມຸນຕີ