Vientiane Times Lao
3 ວັນຕໍ່ໄປນີ້ຝົນຍັງຈະຕົກໜັກ

3 ວັນຕໍ່ໄປນີ້ຝົນຍັງຈະຕົກໜັກ

ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ​ໄດ້​ພະ​ຍາ​ກອນ ​ຄາດ​ຄະ​ເນ​ສະ​ພາບ​ອາ​ກາດລ່ວງ​ໜ້າ​ໃຫ້​ຮູ້​ວ່າ: ​ໃນ​ໄລ​ຍະ 3 ວັນ​ຕໍ່​ໄປ​ນີ້ ນັບ​ແຕ່​ວັນ​ທີ 12 ຫາ 14 ມິ​ຖຸ​ນາ 2021 ນີ້ ເຂດ​ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ ​ລົງ​ຫາ​ພາກ​ກາງ ແລະ ພາກ​ໃຕ້ ຍັງ​ຈະ​ມີ​ຝົນ​ຕົກ​ໜັກ​ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນຍ້ອນຍ່ອມຄວາມ ກົດດັນອາກາດຕໍ່າທີ່ມີກຳລັງແຮງທີ່ປົກຄຸມຢູ່ເຂດທະເລຈີນຕອນກາງ ແລະ ຄາດວ່າຈະມີກຳລັງແຮງເພີ່ມຂຶ້ນກາຍເປັນພາຍຸດີເປຼຊັ້ນ ແລະ ຈະເຄື່ອນທີ່ໄປທາງເກາະໄຮໜານສົມທົບກັບລົມ ມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງແຮງ.

ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດໃຫ້​ຮູ້​ຕື່ມ​ອີກວ່າ: ຕໍ່​ກັບ​ສະ​ພາບ​ອາ​ກາດ​ດັ່ງ​ກ່າວ​ຈຶ່ງ​ຂໍແຈ້ງເຕືອນມາ​ຍັງປະຊາຊົນບັນດາເຜົ່າທີ່ອາໄສຢູ່ເຂດ​ດັ່ງ​ກ່າວ ໂດຍ​ສະ​ເພາະ​ຢູ່ ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ,​ ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະ​ວັງ​ຕົວ​ຕໍ່​ກັບສະພາບຝົນຕົກໜັກ ແລະ ລົມພັດແຮງ ຊຶ່ງ​ອາດ​ຈະ​ເກີດ​ໄພ​ພິ​ບັດ​ທາງ​ທຳ​ມະ​ຊາດ​ແບບ​ບໍ່​ຄາດ​ຄິດ ເຊັ່ນ: ດິນເຈື່ອນ, ນ້ຳຖ້ວມກະທັນຫັນ, ນ້ຳ​ປ່າ​ໄຫຼ​ຫຼາກ ແລະ ນ້ຳຖ້ວມຊູ ຕົ້ນ​ໄມ້ ແລະ ເສົາ​ໄຟ​ຟ້າ​ຫັກ​ໂຄ່ນ ແລະ ອື່ນໆ.

Related Articles

Leave a Reply