ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ເຂດຫ່າງໄກສອນຫຼິກ ແລະ ຜູ້ທີ່ກະກຽມເອກະສານທີ່ໃຊ້ປະກອບການຂຶ້ນທະບຽນບໍ່ທ່ວງທັນ, ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19.
ດັ່ງນັ້ນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາທ່ານຊາບວ່າ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈະໄດ້ຂະຫຍາຍເວລາການຂຶ້ນທະບຽນເລກໝາຍໂທລະສັບລະບົບ ( 020, 030) ແລະ ຊິມເນັດ ຮອດວັນທີ 30 ກັນຍາ 2021 ພາຍຫຼັງໄດ້ເລີ່ມຈັດຕັ້ງປະຕິບັດການຂຶ້ນທະບຽນ ເລກໝາຍໂທລະສັບ ແລະ ຊິມເນັດ ແຕ່ກາງປີ 2020.
ຖ້າຫາກທ່ານ ຍັງບໍ່ຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ກາຍກໍານົດ ເບີຂອງທ່ານຈະຖຶກປິດການນໍາໃຊ້ ບໍ່ສາມາດໂທເຂົ້າ-ອອກ ແລະ ຫຼີ້ນເນັດໄດ້ ຊົ່ວຄາວ, ແຕ່ບໍລິສັດຜູ້ໃຫ້ບໍລິການສາມາດເປິດຄືນໃຫ້ຜູ້ນໍາໃຊ້ເລກໝາຍໂທລະສັບ ແລະ ຊິມເນັດຄືນໃໝ່ ຖ້າຫາກເບີດັ່ງກ່າວ ໄດ້ຮັບການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດສໍາເລັດ.
ການຂຶ້ນທະບຽນ ເລກໝາຍໂທລະສັບ ແລະ ຊິມເນັດ ແມ່ນເພື່ອເປັນການຄຸ້ມຄອງການນໍາໃຊ້ເລກໝາຍໂທລະສັບໃນໄລຍະໃໝ່ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ຈຶ່ງຈໍາເປັນຕ້ອງໄດ້ມີການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດຄືນໃໝ່.
