ອໍານາດການປົກຄອງແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຮອດຕອນເຊົ້າຂອງວັນທີ 15 ມິຖຸນາ 2021 ນີ້ສະພາບນໍ້າຖ້ວມຢູ່ເທດສະບານຢູ່ເມືອງໄຊຍະບູລີ ແລະ ເມືອງເງິນແຂວງໄຊຍະບູລີໄດ້ກັບຄືນເຂົ້າສູ່ສະພາບປົກກະຕິແລ້ວພາຍຫຼັງທີ່ມີຝົນຕົກຕິດຕໍ່ກັນຫຼາຍວັນໄດ້ເຮັດໃຫ້ນໍ້າຮຸ່ງຍຶ່ງຂຶ້ນໄຫຼຖ້ວມເທດສະບານແຂວງໄຊຍະບູລີ ແລະ ນ້ຳຍາງເຊິ່ງເປັນສາຍນ້ຳຫຼັກຂອງເມືອງເງິນໄດ້ຍຶ່ງຂຶ້ນ ແລະ ໄຫຼຖ້ວມເທດສະບານເມືອງເງິນເຊັ່ນກັນເມື່ອວັນທີ 14 ມິຖຸນາ 2021 ທີ່ຜ່ານມາ.
ອໍານາດການປົກຄອງແຂວງໄຊຍະບູລີ ໃຫ້ຮູ້ຕື່ມວ່າ: ພາຍຫຼັງທີ່ເກີດນໍ້າຖ້ວມກະທັນຫັນຢູ່ 2 ເມືອງດັ່ງກ່າວນັ້ນ ໄດ້ລະດົມກໍາລັງອ້າຍນ້ອງທະຫານຫຼາຍກວ່າ 500 ຄົນເລັ່ງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍໄດ້ຍົກຍ້າຍປະຊາຊົນ ແລະ ຂົນເຄື່ອງຂອງຕ່າງໆອອກຈາກເຮືອນລວມທັງສັດລ້ຽງໄປໄວ້ບ່ອນປອດໄພ ແຕ່ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດໃນເຫດການໄພທໍາມະຊາດໃນຄັ້ງນີ້ ແຕ່ມີເນື້ອທີ່ນາ, ສວນ, ໜອງປາຈໍານວນໜຶ່ງໄດ້ຖືກນໍ້າຖ້ວມ.
