Vientiane Times Lao
ໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1 ຈະສໍາເລັດ ປີ 2023

ໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ 1 ຈະສໍາເລັດ ປີ 2023

ໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ1 ແຂວງ ວຽງຈັນ ກຽມລົງມືກໍ່ສ້າງໃນທ້າຍເດືອນມິຖຸນາ 2021 ນີ້ ແລະ ຄາດວ່າຈະໃຫ້ສຳເລັດພາຍໃນເດືອນມິຖຸນາ 2023 (ໂດຍກຳນົດການກໍ່ສ້າງເປັນເວລາ 2 ປີ).

ທ່ານ ສູນ ມະນີວົງ ຫົວໜ້າໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ1 ໄດ້ລາຍງານໃນກອງປະຊຸມປຶກສາຫາລືວຽກງານໂຄງການດັ່ງກ່າວ ລະຫວ່າງ ບໍລິສັດຮັບເໝົາກໍ່ສ້າງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2021 ຜ່ານມານີ້ ທີ່ ແຂວງ ວຽງຈັນ ວ່າ:

ໂຄງການນີ້ ປະກອບມີ: ວຽກກໍ່ສ້າງເສັ້ນທາງປູເບຕົງເຂົ້າຫາອ່າງນ້ຳງື່ມ ລວງຍາວ 6,3 ກິໂລແມັດ ກວ້າງ 6 ແມັດ, ຄວາມໜາ 17,5 ຊັງຕີແມັດ ລວມທັງລະບົບລະບາຍນ້ຳ ແລະ ວຽກກໍ່ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວ ມີ: ວຽກກໍ່ສ້າງບ່ອນຈອດລົດ, ວຽກປັບປຸງທ່າຈອດເຮືອ, ວຽກກໍ່ສ້າງຮ້ານຂາຍເຄື່ອງ, ວຽກກໍ່ສ້າງຫໍຊົມວິວທີ່ອ່າງນ້ຳງື່ມ,ວຽກກໍ່ສ້າງຂຸມເກັບຂີ້ເຫຍື້ອ ແລະ ອ່າງບຳບັດນ້ຳເປື້ອນ, ວຽກກໍ່ສ້າງຕິດຕັ້ງອ່າງນ້ຳປະປາ, ວຽກກໍ່ສ້າງຕິດຕັ້ງໄຟຟ້າ ແລະ ອື່ນໆ ໂດຍ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນເຈົ້າຂອງໂຄງການ ແລະ ບໍລິສັດຄໍາຟອງ ກຣຸບ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 4 ລ້ານກວ່າໂດລາສະຫະລັດ ໂດຍເປັນທຶນຊ່ວຍເຫຼືອລ້າຈາກ ທະນາຄານພັດທະນາອາຊີ (ADB).

ໂຄງການນີ້ ແມ່ນເນັ້ນການພັດທະນາ ແຫຼ່ງທ່ອງທ່ຽວອ່າງນຳ້ງື່ມ 1 ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະອາດສວຍງາມ, ຮັກສາໄດ້ສິ່ງແວດລ້ອມ ແລະ ເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວ ທີ່ສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວອ່າງນ້ຳງື່ມ 1 ນັບມື້ນັບຫຼາຍຂຶ້ນ.

ຂໍ້ມູນຂ່າວ: ບຸນມາ ແກ້ວບຸດດາ.

Related Articles

Leave a Reply