Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 13 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 13 ຄົນ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງພະຍາດ ໂຄວິດ-19 ແຈ້ງໃຫ້ຮູ້ເມື່ອວັນທີ 22 ມິຖຸນາ 2021 ນີ້ວ່າ: ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 13 ຄົນໃນຂອບເຂດທົ່ວປະເທດ ຈາກຜູ້ເຂົ້າຮັບການກວດຫາເຊື້ອ

1.159 ຄົນ ເມື່ອວັນທີ 21ມິຖຸນາ 2021 ທີ່ຜ່ານມາ, ຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນຢູ່

ນະຄອນຫຼວງວຽງຈັນ 2 ຄົນ ທີ່ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ, ແຂວງສະ​ຫວັນ​ນະ​ເຂດ 2 ຄົນ (ແຮງງານລາວກັບຄືນປະເທດ) ແລະ ແຂວງຈໍາປາສັກ 9 ຄົນ (ແຮງງານລາວກັບຄືນປະເທດ).

ຮອດປັດຈຸບັນນີ້, ລາວພົບຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ແລ້ວ 2.067 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 1.954 ຄົນ ຍັງນອນປິ່ນປົວຢູ່ 97 ຄົນ ແລະ ເສຍຊີວິດ 3 ຄົນ. 

Related Articles

Leave a Reply