ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕາງໜ້າໂດຍທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ປັດຈຸບັນນີ້ ເຖິງແມ່ນວ່າຈຳນວນຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ຈະມີທ່າອ່ຽງຫຼຸດລົງ ແຕ່ການລະບາດຂອງພະຍາດໂຄວິດ-19 ຢູ່ລາວຍັງໜ້າເປັນຫ່ວງໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ຍ້ອນວ່າຍັງພົບຜູ້ຕິດເຊື້ອໃນຊຸມຊົນ ຊຶ່ງຕ່າງຈາກ ຕ່າງແຂວງທີ່ພົບຈາກແຮງງານກັບຄືນປະເທດ ແລະ ອີກບັນຫາໜຶ່ງຢູ່ນະຄອນຫຼວງວຽງຈັນຍັງມີການໄປມາຫາ ສູ່ກັນລະຫ່ວາງ ຍາດຕິພີ່ນ້ອງ, ໝູ່ເພື່ອນ, ຍັງມີການຊຸມແຊວໂດຍບໍ່ປະຕິບັດໄລຍະຫ່າງ ແລະ ມີປະຊາຊົນຈຳນວນຫຼາຍທີ່ຍັງຖືເບົາຕໍ່ມາດຕະການປ້ອງກັນພະຍາດດັ່ງກ່າວ ແລະ ບັນຫາອື່ນໆ.
ທ່ານ ດຣ. ນາງ ພອນປະເສີດໄດ້ຮຽກຮ້ອງໃຫ້ທຸກຊັ້ນ ຄົນໃນປະເທດຕ້ອງໄດ້ເປັນເຈົ້າການນຳກັນ ເພື່ອຢັບ ຢັ້ງພະຍາດດັ່ງກ່າວໂດຍການປະຕິບັດຄຳສັ່ງ 15/ນຍ ແລະ ມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກ ລວມທັງເປັນຫູ ເປັນຕາຊ່ວຍເຈົ້າໜ້າທີ່ ຖ້າຫາກພົບເຫັນບຸກຄົນ ຫຼື ກຸ່ມຄົນປະຕິບັດບໍ່ຖືກຕ້ອງຂັດຕໍ່ລະບຽບຫຼັກການ ແລະ ມາດຕະການທີ່ທາງຄະນະສະເພາະກິດ ວາງ ອອກ ບໍ່ວ່າຈະເປັນການການລັກລອບເຂົ້າເມືອງ ແບບບໍ່ຖືກຕ້ອງຕາມຈຸດເຂດແດນຕ່າງໆ, ການຕັ້ງວົງ ກິນຊຸມແຊວ ແລະ ອື່ນໆ ຖ້າເຫັນຂໍໃຫ້ແຈ້ງໃຫ້ທາງ ເຈົ້າໜ້າທີ່ ແລະ ອຳນາດການປົກຄອງຊາບໂດຍທັນທີ ເພາະຖ້າຜູ້ລັກລອບເຂົ້າມາປະເທດ ເປັນຜູ້ຕິດເຊື້ອ ບໍ່ໄດ້ຈຳກັດບໍລິເວນ ແລ້ວມາເຄື່ອນໄຫວໃນປະເທດ ກໍ່ຈະເປັນການແຜ່ເຊື້ອໃນຊຸມຊົນເປັນວົງກວ້າງຈົນອາດບໍ່ສາມາດຄວບຄຸມໄດ້.