ອີງຕາມຂໍ້ມູນຈາກກະຊວງການຕ່າງປະເທດໃຫ້ຮູ້ວ່າ: ຮອດປັດຈຸບັນນີ້ ຄະນະວິຊາການຮ່ວມ ລາວ-ອາເມຣິກາ ສາມາດຄົ້ນພົບສົບ ຫຼື ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນສະໄໝສົງຄາມຢູ່ລາວ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາເມຣິກາແລ້ວ ຈຳນວນ 288 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 573 ຄົນພາຍຫຼັງທີ່ໄດ້ດໍາເນີນການສໍາຫຼວດ ແລະ ຂຸດຄົ້ນມາແລ້ວຫຼາຍກວ່າ 30 ປີ ໃນຂອບເຂດທົ່ວປະເທດ ຊຶ່ງຍັງອີກ 285 ຄົນ ທີ່ຈະຕ້ອງສືບຕໍ່ຂຸດຄົ້ນຫາ.
ສະເພາະພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາຈາກການສໍາຫຼວດ ແລະ ຂຸດຄົ້ນ ຄັ້ງທີ 4 ປະຈໍາສົກປີ 2020-2021 ຢູ່ເຂດເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດຂຶ້ນເມື່ອວັນທີ 22 ມິຖຸນາ 2021 ທີ່ຜ່ານມາ ຢູ່ສະໜາມບິນສາກົນວັດໄຕ, ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຜູ້ຊີ້ນໍາວຽກງານສໍາຫຼວດ ແລະ ຂຸດຄົ້ນ ດັ່ງກ່າວໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກ່າວມອບ ແລະ ທ່ານ ປີເຕີ ເຮມ໋ອນ (Peter Haymond) ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ກ່າວຮັບ.
ຂໍ້ມູນ-ພາບ: ກະຊວງການຕ່າງປະເທດ