Vientiane Times Lao
ສ ເກົາຫຼີ ຊ່ວຍເຫຼືອເຂົ້າສານ 1.320 ໂຕນ ໃຫ້ ສປປ ລາວ

ສ ເກົາຫຼີ ຊ່ວຍເຫຼືອເຂົ້າສານ 1.320 ໂຕນ ໃຫ້ ສປປ ລາວ

ລັດຖະບານ ແຫ່ງ ສາທາລະນະລັດ ເກົາຫຼີ ໄດ້​ຊ່ວຍ​ເຫຼືອເຂົ້າສານຈ້າວ ຈຳນວນ 1.320 ໂຕນ ໃຫ້ແກ່ລັດຖະບານລາວເພື່ອເປັນເຂົ້າສໍາຮອງລວມ ໃນຂັ້ນສູນກາງ ໄວ້​ຊ່ວຍ​ຜູ້​ປະ​ສົບ​ໄພ​ທຳ​ມະ​ຊາດໃນ   ກໍລະນີ ທີ່ເກີດມີໄພພິບັດ ທີ່ບໍ່ທັນໄດ້ຄາດຄິດ ຊຶ່ງເຂົ້າດັ່ງກ່າວຈະຖືກນໍາໃຊ້ໂດຍອົງການອາຫານໂລກ ເພື່ອຮັບປະກັນວ່າເຂົ້າທີ່ມອບ​ໃນ​ຄັ້ງ​ນີ້ຈະເປັນປະ ໂຫຍດ ໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍ ເຫຼືອຢ່າງ​ແທ້​ຈິງ ແລະ ສ່ວນໜຶ່ງແມ່ນຈະຖືກນໍາໃຊ້ ເຂົ້າໃນ ກິດຈະກໍາຄວາມໝັ້ນຄົງທາງດ້ານສະບຽງ ອາຫານອື່ນໆ ຂອງອົງການອາຫານໂລກ ເປັນຕົ້ນ ເປັນເຂົ້າສໍາຮອງໃຫ້ແກ່ຊຸມຊົນໃນພື້ນທີ່ທີ່ໄດ້ຮັບຜົນ ກະທົບຈາກໄພພິບັດ ທາງທໍາມະຊາດເປັນປະຈໍາ ລວມ​ທັງ​ໄວ້​ຊ່ວຍ​ເຫຼືອ​ຍາມ​ຂາດ​ແຄນ ທີ່​ປະ​ຊາ​ຊົນ ຍັງບໍ່ມີຜົນຜະລິດ ​ເພື່ອ ເຮັດໃຫ້ຊຸມຊົນສາມາດຊ່ວຍ ຕົນເອງໄດ້ ຈາກຄວາມຕ້ອງການເບື້ອງຕົ້ນ.

ພິ​ທີ​ມອບ-ຮັບ​ເຂົ້າ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 23 ມິ​ຖຸ​ນາ 2021 ນີ້​ທີ່ນະ​ຄອນ​ຫຼວງວຽງ​ຈັນ​ໂດຍ​ມີ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ແລະ ທ່ານ ມູຮົງ ອິມ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ເຂົ້າ​ຮ່ວມ.

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວ​ໃນ​ພິ​ທີ​ວ່າ: ໃນປີ 2018 ລັດຖະບານ ສ.ເກົາຫຼີ ກໍໄດ້ໃຫ້ການຊ່ວຍເຫຼືອເຂົ້າກິນ ຜ່ານຄັງແຮເຂົ້າອາຊຽນບວກສາມ ຈໍານວນ 1.000 ໂຕນ ແລະ ປີ 2021 ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອຜ່ານຄັງແຮເຂົ້າອາຊຽນຕື່ມອີກ ຈໍານວນ 700 ໂຕນ. ເຊັ່ນດຽວໃນຄັ້ງນີ້ ຍັງໄດ້ໃຫ້ການຊ່ວຍເຫຼືອເຂົ້າກິນຈຳນວນ 1.320 ໂຕນຕື່ມ​ອີກ ໂດຍຜ່ານກິດຈະກຳການຊ່ວຍເຫຼືອ ສົງເຄາະ ແລະ ຟື້ນຟູໂຄງລ່າງການຜະລິດ ຕິດພັນ ກັບການຄໍ້າປະກັນດ້ານສະບຽງອາຫານ, ໂດຍຈະມີ ຜູ້ໄດ້ຮັບຜົນປະໂຫຍດປະມານ 55.000 ຄົນ.

ຂ່າວ-ພາບ: ມະນີທອນ

Related Articles

Leave a Reply