ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ໃນວັນທີ 24 ມິຖຸນາ 2021ນີ້ວ່າ: ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 4 ຄົນໃນຂອບເຂດທົ່ວປະເທດ ຈາກຜູ້ເຂົ້າຮັບການກວດຫາເຊື້ອ 1.574 ຄົນ ເມື່ອວັນທີ 23 ມິຖຸນາ 2021 ທີ່ຜ່ານມາ, ຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນຢູ່ນະຄອນຫຼວງວຽງຈັນ 3 ຄົນ ທີ່ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ, ສະຫວັນນະເຂດ 1 ຄົນ ເປັນແຮງງານລາວທີ່ກັບ ຄືນມາປະເທດ.
ຮອດປັດຈຸບັນນີ້, ລາວພົບຜູ້ຕິດເຊື້ອສະສົມແລ້ວ 2.080 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 1. 962 ຄົນ ຍັງນອນປິ່ນປົວຢູ່ 115 ຄົນ ແລະ ມີຜູ້ເສຍຊີວິດ 3 ຄົນ.
