ການລັກລອບກັບຄືນປະເທດແບບຜິດກົດໝາຍຂອງແຮງງານລາວຈາກປະເທດທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ວ່າ ຈະເປັນທາງບົກ ຫຼື ທາງນໍ້າ ໄດ້ສ້າງຄວາມ ກັງວົນ ໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19, ເພາະວ່າຖ້າຜູ້ທີ່ລັກ ລອບເຂົ້າມານັ້ນຫາກຕິດເຊື້ອພະຍາດໂຄວິດ-19 ໂດຍທີ່ບໍ່ຮູ້ສຶກຕົວອາດນໍາເຊື້ອພະຍາດ ດັ່ງກ່າວມາແຜ່ລະບາດຢູ່ໃນຄອບຄົວ ແລະ ຊຸມຊົນ.
ດັ່ງນັ້ນເພື່ອປ້ອງກັນພະຍາດດັ່ງກ່າວ, ເມື່ອທ່ານພົບເຫັນຜູ້ລັກລອບກັບຄືນປະເທດຄວນແຈ້ງນາຍບ້ານ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ສາຍດ່ວນກະຊວງສາທາລະນະສຸກທີ່ເບີ 166 ຫຼື 165 ທັນທີເພື່ອໃຫ້ກຸ່ມຄົນດັ່ງກ່າວໄດ້ກວດຫາເຊື້ອ ແລະ ຈໍາກັດບໍລິເວນ 14 ວັນ.


