Vientiane Times Lao
ມາດຕະການຜ່ອນຜັນໃນໄລຍະສືບຕໍ່ມາດຕະການປ້ອງກັນພະຍາດໂຄວິດ-19 ໃໝ່ ອີກ 15 ວັນມີຫຍັງແດ່ ?

ມາດຕະການຜ່ອນຜັນໃນໄລຍະສືບຕໍ່ມາດຕະການປ້ອງກັນພະຍາດໂຄວິດ-19 ໃໝ່ ອີກ 15 ວັນມີຫຍັງແດ່ ?

ພາຍຫຼັງທີ່ລັດຖະບານລາວໄດ້ສືບຕໍ່ປະຕິດບັດມາດຕະການຕ່າງໆຕາມຄຳສັ່ງເລກທີ 15/ນຍ ແລະ ບັນດາຄໍາແນະ ນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ ນັ້ນ ນອກຈາກມີຂໍ້ຫ້າມຕ່າງໆແລ້ວກໍຍັງ ມີມາດ ຕະການຜ່ອນຜັນ ຕ່າງໆໃນການປ້ອງກັນພະຍາດ ໂຄວິດ-19 ນຳອີກ.

ມາດຕະການການຜ່ອນຜັນດັ່ງກ່າວມີ: ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ, ຕະຫຼາດກາງຄືນ; ສືບຕໍ່ອະນຸຍາດໃຫ້ຍ່າງອອກກຳລັງກາຍຕາມສະຖານທີ່ຕ່າງໆ ແລະ ຫຼິ້ນກິລາກາງແຈ້ງ ທີ່ຮ່າງກາຍບໍ່ໄດ້ສຳຜັດກັນ,  ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ; ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຟ, ສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 1 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ; ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ,  ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່; ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດ ຈຳນວນເຮືອຫາປາ ແລ້ວຈຶ່ງອະນຸຍາດ ໂດຍກ່ອນຈະອອກໄປ ກໍຕ້ອງໄດ້ບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.

ນອກນັ້ນໃຫ້ສືບຕໍ່ອະນຸຍາດໃຫ້ເດີນ​ທາງ​​ເຂົ້າ​-ອອກ​ ຢູ່​ພາຍ​ໃນ​ທ້ອງຖິ່ນ ​ທີ່ບໍ່​ມີ​ການ​ລະ​ບ​າດໃນ​ຊຸມ​ຊົນ ໄດ້ປົກ​ກະ​ຕິ; ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ​ທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ​ ແຂວງ​ຕໍ່​ແຂວງ​ທີ່​ບໍ່​ມີ​ການ​ລະ​ບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ສຳລັບຜູ້ໂດຍສານ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ  ຕ້ອງແມ່ນຜູ້ທີ່ໄດ້ສັກວັກຊີນ ຄົບ 2 ເຂັມ ໂດຍບໍ່ຕ້ອງຂໍອະນຸຍາດແຂວງປາຍທາງ, ບໍ່ໃຫ້ມີການຈຳກັດບໍລິເວນ ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ,  ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່. ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ; ສືບຕໍ່ອະ​ນຸ​ຍາດ​ໃຫ້ຜູ້ຂັບຂີ່ລົດ ແລະ ພະນັກງານຂົນສົ່ງສິນ​ຄ້າ​ ເຂົ້າ​-ອອກ ລະ​ຫວ່າງ ​ແຂວງ​ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່​ຕ້ອງກວດ​ຫາ​ເຊື້ອ​ພະຍາດ ໂຄວິດ-19 ແລະ ບໍ່ຈໍາກັດບໍລິເວນ ຢູ່ແຂວງປາຍທາງແຕ່ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ການ​ຕິດ​ເຊື້ອ ແລະ ແຜ່​ເຊື້ອ​ທີ່​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກ ຢ່າງເຂັ້ມງວດ, ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ; ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ອະນຸຍາດໃຫ້ເປີດຮຽນຄືນປີສຸດທ້າຍ ຂອງອາຊີວະສຶກສາ, ການສຶກສາຄູ, ພະລະ-ສິລະປະສຶກສາ ແລະ ການສຶກສາຊັ້ນສູງ ຢູ່ນະຄອນຫຼວງວຽງຈັນ ໂດຍຕ້ອງປະຕິບັດຕາມມາດຕະການປ້ອງກັນ,       ຄວບຄຸມ ແລະ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ແລະ ອະນຸຍາດໃຫ້ເປີດສູນກິລາໃນຮົ່ມທຸກປະເພດ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ. ສະເພາະຢູ່ຄອນຫຼວງວຽງຈັນ ໃຫ້ເຈົ້າຂອງກິດຈະການດັ່ງກ່າວ ສະເໜີຂໍອະນຸຍາດ ຈາກຄະນະສະເພາະກິດຂັ້ນສູນກາງ ໂດຍຜ່ານກະຊວງສຶກສາທິການ ແລະ ກິລາ, ສ່ວນແຂວງທີ່ມີການລະບາດໃນຊຸມຊົນ ໃຫ້ສະເໜີຂໍອະນຸຍາດຈາກ ຄະນະສະເພາະກິດຂັ້ນແຂວງ ໂດຍຜ່ານຂະແໜງສຶກສາທິການ ແລະ ກິລາ ແລະ ອື່ນໆ.

Related Articles

Leave a Reply