Vientiane Times Lao
12 ແຂວງ ແລະ ນະ​ຄອນ​ຫຼວງວຽງ​ຈັນ​ ກຽມ​ຮັບ​ມື​ກັບ​ພາ​ຍຸລູກ​ໝູນ​ເຂດ​ຮ້ອນ​ດີ​ເປຼ​ຊັນ

12 ແຂວງ ແລະ ນະ​ຄອນ​ຫຼວງວຽງ​ຈັນ​ ກຽມ​ຮັບ​ມື​ກັບ​ພາ​ຍຸລູກ​ໝູນ​ເຂດ​ຮ້ອນ​ດີ​ເປຼ​ຊັນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້​ອອກ​ແຈ້ງ​ການ​ດ່ວນ​ເມື່ອວັນທີ 7 ກໍລະກົດ 2021 ນີ້, ເຖິງ​ປະ​ຊາ​ທີ່​ອາ​ໄສ​ຢູ່ ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ ແລະ ​ແຂວງຄໍາມ່ວນ ຈົ່ງມີສະຕິລະມັດລະວັງພາ​ຍຸລູກ​ໝູນ​ເຂດ​ຮ້ອນ​ດີ​ເປຼ​ ຊັນ ທີ່​ຈະ​ເກີດ​ຂຶ້ນ​ໃນ​ 3 ວັນ​ຕໍ່​ໜ້າ​ນີ້, ລະ​ຫວ່າງວັນ​ທີ 7-9 ກໍ​ລະ​ກົດ 2021, ຊຶ່ງຈະ​ມີຝົນຕົກໜັກ ພ້ອມທັງ ມີລົມພັດແຮງ, ອາດຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມ ກະທັນຫັນ ແລະ ນໍ້າຖ້ວມຊຸ ເກີດຂຶ້ນ.

ພາ​ຍຸ​ດັ່ງ​ກ່າວກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ທີ່ມີຈຸດສູນກາງຢູ່ເສັ້ນຂະໜານ 18.1 ອົງສາ ເໜືອ ແລະ ເສັ້ນແວງທີ 111 ອົງສາຕາເວັນອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກສ່ຽງເໜືອ ດ້ວຍ ຄວາມໄວ 5 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວລົມ ສູງສຸດຢູ່ໃກ້ຈຸດສູນກາງ 55 ກິໂລແມັດຕໍ່ຊົ່ວໂມງ. ຄາດວ່າຈະເຄື່ອນໄປທາງເກາະໄຮໜານ ແລະ ຈະຜ່ານ ພາກເໜືອຂອງ ສສ ຫວຽດນາມ ໃນຄໍ່າຄືນຂອງວັນທີ 8 ກໍລະກົດ 2021 ແລະ ສືບຕໍ່ເຄື່ອນທີ່ຜ່ານເມືອງ ແອດ ແລະ ເມືອງຊໍາເໜືອ ແຂວງຫົວພັນໃນຕອນ ບ່າຍຂອງວັນ​ທີ 8 ກໍ​ລະ​ກົດ. ຈາກນັ້ນພາຍຸຫົວນີ້ຈະອ່ອນກໍາລັງລົງເປັນຍ່ອມຄວາມກົດດັນອາກາດຕໍ່າ ທີ່ມີກໍາລັງແຮງປົກຄຸມເຂດ ພາກ ເໜືອ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ, ພາກ ກາງໃນໄລຍະ 3 ວັນ​ດັ່ງ​ກ່າວ.

ຂໍ້​ມູນ: ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ

Related Articles

Leave a Reply