ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ແລະ ຄະນະໄດ້ຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 6-7 ກໍລະກົດ 2021 ໂດຍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ທີ່ສຳນັກງານປະທານປະເທດ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສຳນັກງານນາຍົກລັດຖະມົນຕີ ແລະ ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕິກະຊວງການຕ່າງປະເທດ ເມື່ອວັນທີ 7 ກໍລະກົດ 2021 ນີ້.
ສປປ ລາວ ແລະ ຣັດເຊຍ ມີການຮ່ວມມືກັນຫຼາຍຂົງເຂດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ- ເຕັກໂນໂລຊີ, ການທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ.
ນອກນັ້ນຣັດເຊຍຍັງໃຫ້ການຊ່ວຍເຫຼືອສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອສ້າງຊັບພະຍາກອນມະນຸດ ແລະ ອຸປະກອນເຕັກນິກດ້ານການທະຫານ, ການຊ່ວຍເຫລືອດ້ານມະນຸດສະທໍາ, ອຸປະກອນການແພດ ເພື່ອກວດຫາເຊື້້ອພະຍາດໂຄວິດ-19 ແລະ ຢາວັກຊິນສະປຸດນິກວີ ຂອງຣັດເຊຍ ແລະ ອື່ນໆ.