Vientiane Times Lao
ລັດ​ຈະ​ປັບ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ທຸກ​ຊະ​ນິດ​ຂຶ້ນ​ເລີ່ມ​ມື້​ອື່ນ

ລັດ​ຈະ​ປັບ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ທຸກ​ຊະ​ນິດ​ຂຶ້ນ​ເລີ່ມ​ມື້​ອື່ນ

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ໄດ້​ອອກ​ແຈ້ງ​ການ​ເມື່ອ​ວັນ​ທີ 7 ກໍ​ລະ​ກົດ 2021 ນີ້​ເຖິງ​ສະ​ມາ​ຄົມ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ອາຍ​ແກ໊ດ, ບໍ​ລິ​ສັດ​​ນ້ຳ​ມັນ​ເຊື້ອ​ໄຟ ແລະ ບັນ​ດາ​ປ້ຳ​ຂາຍຍ່ອຍ​ນ້ຳ​ມັນ​ເຊື້ອ​ໄຟ​ທຸກ​ຊະ​ນິດ​ໃຫ້​ຊາບບວ່າ: ນັບ​ແຕ່​ເວ​ລາ 6 ໂມງ 00 ຂອງວັນ​ທີ 8 ກໍ​ລະ​ກົດ 2021 ນີ້​ໃຫ້​ເລີ່ມ​ປັບ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ທຸກ​ຊະ​ນິດ​ຂຶ້ນ ຊຶ່ງ​ໃນ​ການ​ປັບ​ລາ​ຄາ​ໃໝ່​ໃນ​ຄັ້ງ​ນີ້​ໃຫ້​ປັບ​ລາ​ຄາ ນ້ຳມັນແອັດຊັງພິເສດຂຶ້ນ 410 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ ປັບຂຶ້ນ 160 ກີບ/ລິດ ແລະ ນ້ຳມັນກາຊວນປັບຂຶ້ນ 70 ກີບ/ລິດ.

Related Articles

Leave a Reply