ພະແນກສາທາລະນະສຸກ ແຂວງຈຳປາສັກແຈ້ງໃຫ້ຮູ້ວ່າ: ການທີ່ແຮງງານລາວໄດ້ກັບຄືນມາປະເທດເປັນຈຳນວນຫຼາຍໃນແຕ່ລະວັນໂດຍຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ແລະ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນແຕ່ລະວັນເປັນຈຳນວນຫຼາຍນັ້ນໄດ້ເຮັດໃຫ້ 3 ສະຖານທີ່ທີ່ໃຊ້ປິ່ນປົວຜູ້ຕິດ ເຊື້ອໃກ້ຈະເຕັມແລ້ວ ແລະ ກຽມຈະນຳໃຊ້ຫໍພັກວິທະຍາໄລການເງິນພາກໃຕ້ເປັນໂຮງໝໍພາກສະໜາມ ອີກແຫ່ງໜຶ່ງ ແຕ່ອາດຈະຍັງບໍ່ພຽງພໍຖ້າຈຳນວນຜູ້ຕິດເຊື້ອ ເພີ່ມຂຶ້ນຄືປັດຈຸບັນນີ້.
ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະ ສຸກ ແຂວງຈໍາປາສັກແຈ້ງໃຫ້ຮູ້ວ່າ: ເຖີງແມ່ນວ່າຈະມີການເອົາສະຖານທີ່ຕ່າງໆເປັນໂຮງໝໍພາກສະໜາມເປັນສະຖານທີ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ກໍ່ຕາມແຕ່ເຊື່ອວ່າຍັງຈະບໍ່ພຽງພໍເພື່ອຮອງຮັບຍ້ອນວ່າມີແຮງງານລາວບໍ່ຕ່ຳກວ່າ 100 ຄົນທີ່ເດີນທາງມາແຕ່ປະເທດໄທ ໂດຍຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ ແລະ ໄດ້ກວດພົບຜູ້ຕິດເຊື້ອພະຍາດດັ່ງກ່າວເປັນຈຳນວນຫຼາຍໃນແຕ່ລະວັນ. ທາງອອກທີ່ດີສຳລັບເລື່ອງນີ້ຮຽກຮ້ອງໃຫ້ແຮງງານລາວທີ່ເດີນທາງມາແຕ່ປະເທດໄທໃຫ້ໄປຜ່ານດ່ານສາກົນຢູ່ແຂວງອື່ນແທນ ແລະ ໃຫ້ອຳນາດການປົກຄອງແຕ່ລະແຂວງໃນທົ່ວປະເທດທີ່ມີ ແຮງງານຂອງຕົນເດີນທາງກັບຄືນປະເທດໂດຍຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ ໃຫ້ມາຮັບເອົາແຮງງານ ຂອງຕົນໄປຈຳກັດບໍລິເວນຢູ່ແຂວງຂອງຕົນ.
ນັບແຕ່ເດືອນກຸມພາ 2020 ທີ່ເລີ່ມມີການແຜ່ລະບາດຂອງພະຍາດໂຄວີດ-19 ຮອດວັນທີ 7 ກໍລະກົດ 2021 ນີ້, ແຂວງຈຳປາສັກ ມີຜູ້ຕິດເຊື້ອສະສົມຈາກພະຍາດດັ່ງກ່າວແລ້ວ 571 ຄົນ, ໃນນີ້ ປິ່ນປົວຫາຍດີ 371 ຄົນ ແລະ ກຳລັງປິ່ນປົວ 200 ຄົນ ແຕ່ບໍ່ມີຜູ້ເສຍຊີວິດ ໂດຍໃຊ້ໂຮງໝໍເມືອງໂພນທອງ, ໂຮງໝໍພາກສະໜາມ ຫລັກ 21 ແລະ ໂຮງໝໍ 106 ເປັນສະຖານທີ່ປິ່ນປົວ.