Vientiane Times Lao
ມື້ນີ້ລາວມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 69 ຄົນ, ແຕ່ນະຄອນຫຼວງວຽງຈັນບໍ່ມີ

ມື້ນີ້ລາວມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 69 ຄົນ, ແຕ່ນະຄອນຫຼວງວຽງຈັນບໍ່ມີ

ສປປ ລາວ ຍັງກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນຈໍານວນຫຼາຍ ແລະ ຕົວເລກຜູ້ຕິດເຊື້ອໄດ້ເພີ່ມຂຶ້ນ ໃນແຕ່ລະວັນ,  ສະເພາະວັນທີ 7 ກໍລະກົດ 2021 ໄດ້ ກວດພົບຜູ້ຕິດເຊື້ອເພີ່ມໃໝ່ເຖິງ 69 ຄົນ ຈາກການເກັບ ຕົວຢ່າງກວດຫາເຊື້ອຈໍານວນ1.610 ຄົນໃນຂອບເຂດ ທົ່ວປະເທດ.  ຜູ້ຕິດເຊື້ອໃໝ່ດັ່ງກ່າວແມ່ນຢູ່ແຂວງຫຼວງນໍ້າທາ 1 ຄົນ (ຕິດເຊື້ອຈາກຜູ້ຕິດເຊື້ອເກົ່າ), ຄໍາມ່ວນ 3 ຄົນ (ກໍລະນີນໍາເຂົ້າ), ສະ​ຫວັນ​ນະ​ເຂດ 30 ຄົນ (ກໍ​ລະ​ນີ​ນຳ​ເຂົ້າ) ແລະ ແຂວງ ຈໍາປາສັກ 35 ຄົນ ( ກໍລະນີນໍາເຂົ້າ).

ຮອດປັດຈຸບັນນີ້, ສປປ ລາວ ມີຜູ້ຕິດເຊື້ອສະສົມແລ້ວ 2.469 ຄົນ, ປິ່ນປົວຫາຍດີ 2.076 ຄົນ, ຍັງນອນປິ່ນ ປົວ 390 ຄົນ ແລະ ເສຍຊີວິດ 3 ຄົນ. ທົ່ວປະເທດຍັງມີ 49 ສູນຈໍາກັດບໍລິເວນ ໂດຍມີຜູ້ຈໍາກັດບໍລິເວນທັງໝົດ  5.004 ຄົນ.

Related Articles

Leave a Reply