ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ແຈ້ງໃຫ້ຮູ້ວ່າ: ເຈົ້າໜ້າທີ່ໜ່ວຍສະເພາະກິດ ທີ່ປະຈໍາຢູ່ຈຸດກວດກາ ກິໂລແມັດທີ 24 ແຂວງອຸດົມໄຊໄດ້ສະກັດກວດຄົ້ນ ລົດວີໂກ້ ໝາຍເລກທະ ບຽນ ກກ 4708 ອຸດົມໄຊ ທີ່ເປັນເປົ້າໝາຍຂົນສົ່ງຢາເສບຕິດປະເພດເຮໂຣອິນ ເມື່ອມໍ່ໆມານີ້ ຊຶ່ງລົດຄັນດັ່ງກ່າວໄດ້ຂັບຂີ່ມາແຕ່ ເມືອງໄຊ-ນາໝໍ້ ໂດຍມີຊາຍ 2 ຄົນຢູ່ໃນລົດດັ່ງກ່າວ ຊື່ ທ້າວ ຢາໄຊຢາງ ອາຍຸ 25 ປີ ແລະ ທ້າວ ດົວຈົງ ອາຍຸ 40 ປີ,ທັງສອງເປັນປະຊາຊົນຢູ່ບ້ານຫ້ວຍຊາຍ ນ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ພາຍຫຼັງທີ່ ກວດຄົ້ນພົບເຫັນເຮໂຣອິນ 70 ແທ່ງ (28 ກິໂລ), ເງິນບາດ 3.000 ບາດ, ເງິນກີບ 472.000 ກີບ, ສາຍຄໍສີເຫຼືອງ ຄ້າຍຄືຄໍາ 1 ເສັ້ນ ແລະ ໂທລະສັບ ມືຖື 3 ເຄື່ອງ.
ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ຍັງແຈ້ງໃຫ້ ຮູ້ ຕື່ມວ່າ: ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ຜູ້ຕ້ອງຫາ ທັງສອງຄົນ ສາລະພາບວ່າ: ເຮໂຣອິນ ຈໍານວນດັ່ງກ່າວແມ່ນພວກກ່ຽວຮັບຈ້າງຂົນສົ່ງໃຫ້ ທ້າວ ຈົວ ສັນຊາດພະມ້າ ຈາກເມືອງຫ້ວຍຊາຍ ແຂວງບໍ່ແກ້ວເພື່ອໄປສົ່ງໃຫ້ຄົນຫວຽດນາມ (ບໍ່ຮູ້ຊື່) ຢູ່ເຂດຊາຍແດນລາວ- ຫວຽດນາມ ບ້ານປາງຫົກ ເມືອງໃໝ່ ແຂວງຜົ້ງສາລີ ໂດຍຈະໄດ້ຮັບຄ່າຈ້າງ 70.000 ບາດ (ເຮໂຣອິນ 1 ແທ່ງ/1.000 ບາດ).
ປັດຈຸບັນນີ້ເຈົ້າໜ້າທີ່ກໍາລັງສືບສວນ-ສອບສວນຜູ້ຕ້ອງຫາສອງຄົນເພື່ອຂະຫຍາຍຜົນຕິດຕາມຜູ້ວ່າຈ້າງ ຫຼື ຜູ້ເປັນເຈົ້າຂອງເຮໂຣອິນດັ່ງກ່າວເພື່ອມາດໍາເນີນ ຄະດີຕາມກົດໝາຍບ້ານເມືອງ.
ຂໍ້ມູນ-ພາບ: ຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ