Vientiane Times Lao
ມື້ນີ້ລາວກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 89 ຄົນ

ມື້ນີ້ລາວກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 89 ຄົນ

ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ​ໂຄວິດ-19 ແຈ້ງໃຫ້​ຮູ້​ວ່າ: ​ໃນວັນ​ທີ11 ກໍ​ລະ​ກົດ 2021ນີ້ ສ​ປ​ປ ລາວກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ເພີ່ມ​ທັງ​ໝົດ 89 ຄົນ ໃນ​ນັ້ນກວດ​ພົບ​ຜູ້​ຕິດ​ເຊື້ອ​ຢູ່​ ນະ​ຄອນ​ຫຼວງວຽງ​ຈັນ 17 ຄົນ (ກໍ​ລະ​ນີ​ນຳ​ເຂົ້າ), ແຂວງວຽງ​ຈັນ 2 ຄົນ, (ຕິດ​ເຊື້ອ​ໃນ​ຊຸມ​ຊົນ), ຄຳ​ມ່ວນ 3 ຄົນ (ກໍ​ລະ​ນີ​ນຳ​ເຂົ້າ), ຫຼວງ​ນ້ຳ​ທາ 1 ຄົນ (ຕິດ​ເຊື້ອ​ໃນ​ຊຸມ​ຊົນ) ສະ​ຫວັນ​ນະ​ເຂດ 27 ຄົນ (ກໍ​ລະ​ນີ​ນຳ​ເຂົ້າ) ແລະ ແຂວງ​ຈຳ​ປາ​ສັກ 39 (ກໍ​ລະ​ນີ​ນຳ​ເຂົ້າ).

ຮອດປັດຈຸບັນນີ້, ສປປ ລາວ ມີຜູ້ຕິດເຊື້ອສະສົມ 2.719 ຄົນ, ໃນນີ້ປິ່ນປົວຫາຍດີ 2.205 ຄົນ, ຍັງນອນປິ່ນປົວ511 ຄົນ ແລະ ເສຍຊີວິດ 3 ຄົນ, ໂດຍ​ມີ​ສູນ​ຈຳ​ກັດ​ບໍ​ລິ​ເວນ 49 ແຫ່ງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ລວມ​ມີ​ຜູ້​ຈຳ​ກັດ​ບໍ​ລິ​ເວນ 5.407 ຄົນ, ສະ​ເພາະ​ບ້ານ​ແດງຢູ່​ນະ​ຄອນ​ຫຼວງວຽງ​ຈັນ​ຍັງ​ມີ​ພຽງ 2 ບ້ານ​ແດງ​ຄື​: ບ້ານ ໂນນ​ສະ​ອາດ ເມືອງ ໄຊ​ທາ​ນີ ແລະ ບ້ານ​ສີ​ເກີດ ​ເມືອງ​ນາ​ຊາຍ​ທອງ.

Related Articles

Leave a Reply