ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ແຂວງ ສະຫວັນນະເຂດ ໄດ້ກັກຕົວຜູ້ຕ້ອງສົງໄສທີ່ມີການເຄື່ອນໄຫວເປັນແອັດມິນເວບຫຼິ້ນການພະນັນອອນລາຍ ສັນຊາດໄທ ຈຳນວນ 42 ຄົນ (ຍິງ 18 ຄົນ ) ເມື່ອມໍ່ໆມານີ້ ຢູ່ບ້ານນາເລົ່າ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ແລະ ຢຶດອຸປະກອນຄອມພີວເຕີຕັ້ງໂຕະ ແລະ ໂທລະສັບ ຈຳນວນຫຼາຍເຄື່ອງ ທີ່ນຳໃຊ້ເຂົ້າໃນການກະທຳຜິດ.
ກ່ອນການກັກຕົວຄົນໄທ ຈໍານວນດັ່ງກ່າວຍ້ອນມີພົນລະເມືອງດີລາຍງານໃຫ້ເຈົ້າໜ້າທີ່ວ່າມີກຸ່ມຄົນຕ່າງປະເທດ ໄດ້ເຊົ່າສາງເກັບເຄື່ອງຢູ່ບ້ານນາເລົ່າ ໂດຍມີການເຄື່ອນໄຫວຕະຫຼອດ 24 ຊົ່ວໂມງ.
ປັດຈຸບັນເຈົ້າໜ້າທີ່ກຳລັງດຳເນີນສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການ ແລະ ບຸກຄົນທີ່ມີສ່ວນພົວພັນມາດຳເນີນຄະະດີຕາມລະບຽບກົດໝາຍ.
ຂ່າວ: ປກສ ແຂວງສະຫວັນນະເຂດ

